ຈຳນວນຜູ້ຕິດເຊື້ອໂຄວິດໃໝ່ໃນທົ່ວໂລກໄດ້ຫຼຸດລົງ 22%, ອາຊີຫຼຸດລົງຫຼາຍທີ່ສຸດ.

(VOVWORLD) -ໄລ່ມາຮອດຕອນເຊົ້າວັນທີ 17 ເສມາ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ  503,94 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 6,22 ລ້ານຄົນເສຍຊີວິດ. ເມື່ອທຽບໃສ່ອາທິດແລ້ວນີ້ ຈຳນວນຜູ້ຕິດເຊື້ອໃໝ່ໃນທົ່ວໂລກ ໄດ້ຫຼຸດລົງ 22%  ໃນນັ້ນອາຊີ ຫລຸດລົງຫຼາຍທີ່ສຸດຄື 28% ຖັດມາແມ່ນເອີລົບ 21%, ອາຟະລິກາ 19%.
ຈຳນວນຜູ້ຕິດເຊື້ອໂຄວິດໃໝ່ໃນທົ່ວໂລກໄດ້ຫຼຸດລົງ 22%,  ອາຊີຫຼຸດລົງຫຼາຍທີ່ສຸດ. - ảnh 1ພາບປະກອບ

    ປັດຈຸບັນ ສ ເກົາຫຼີ ປະເທດໄດ້ຢັ້ງຢືນກໍລະນີຕິດເຊື້ອໂຄວິດ - 19 ຫຼາຍກວ່າໝູ່ໃນໂລກ ແຕ່ຈຳນວນຜູ້ຕິດເຊື້ອໃໝ່ໃນອາທິດທີ່ຜ່ານມາໄດ້ຫຼຸດລົງ 30% ເມື່ອທຽບໃສ່ອາທິດທີ່ຜ່ານມາ. ຕາມແຜນການແລ້ວ ນັບແຕ່ຕົ້ນອາທິດທີ່ຈະມາເຖິງ, ສ ເກົາຫຼີ ຈະຍົກເລີກບັນດາການແຍກຫ່າງສັງຄົມ ຈຳກັດບໍລິເວນ, ເວັ້ນເສຍແຕ່ລະບຽບການໃສ່ຜ້າອັດປາກ-ດັງ ນີ້ເປັນຂີດໝາຍສິ້ນສຸດກຳລັງດັນນຳໃຊ້ບັນດາມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຄັ່ງຂັດ ເປັນເວລາກວ່າ 2 ປີ.

ໃນຂະນະນັ້ນຢູ່ ອາເມລິກາເໜືອ ແລະ ອາເມລິກາໃຕ້ແລະ ເອີລົບ, ບັນດາປະເທດພວມມານະພະຍາຍາມເປີດກວ້າງຖໂຄງການສັກວັກຊິນກັນໂຄວິດ - 19 ເຂັມກະຕຸ້ນເພື່ອປ້ອງກັນປະຊາຊົນ ຕໍ່ໜ້າການປາກົດຕົວຂອງສາຍພັນໃໝ່ ແລະ ຄວາມສ່ຽງຈະເກີດໂລກລະບາດຄືນໃໝ່ ໃນລະດູໃບໄມ້ຫຼົ່ນຕາມຄຳກ່າວເຕືອນຂອງວົງການນັກຊ່ຽວຊານ.

ຕອບກັບ

ຂ່າວ/ບົດ​ອື່ນ