ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ ກາຊາ ລື່ນ​ກາຍ​ຕົວ​ເລກ 20.000 ຄົນ.

(VOVWORLD) - ນັບແຕ່ວັນທີ 7 ທັນວາ ມາຮອດປັດຈຸບັນ, ມີຜູ້ເສຍຊີວິດ 20.000 ຄົນ ແລະ ຜູ້ຖືກບາດເຈັບ ເກືອບ 53.000 ຄົນ, ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ, ເດັກນ້ອຍ ແລະ ແມ່ຍິງກວມເອົາເຖິງ 70%. 

ວັນທີ 20 ທັນວາ, ອົງການການແພດ ປາແລັດສະຕິນ ຢູ່ເຂດ ກາຊາໃຫ້ຮູ້ວ່າ ນັບແຕ່ເວລາກອງທັບອິດສະລາແອັນຜັນຂະຫຍາຍບັ້ນບຸກໂຈມຕີເລັ່ງໃສ່ເຂດກາຊາ ນັບແຕ່ວັນທີ 7 ທັນວາ ມາຮອດປັດຈຸບັນ, ມີຜູ້ເສຍຊີວິດ 20.000 ຄົນ ແລະ ຜູ້ຖືກບາດເຈັບ ເກືອບ 53.000 ຄົນ. ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ, ເດັກນ້ອຍ ແລະ ແມ່ຍິງກວມເອົາເຖິງ 70%. ນອກຈາກນັ້ນ, ຍັງອີກປະມານ 8.000 ຄົນຖືກຫາຍສາບສູນ ແລະ ມີຄວາມເປັນໄປໄດ້ວ່າ ເສຍຊີວິດຢູ່ໃຕ້ຊາກຫັກພັງ ຍ້ອນການບຸກໂຈມຕີທາງອາກາດ ໂດຍ ກອງທັບອິດສະລາແອັນ ກໍ່ຂຶ້ນ.

ໃນຂະນະນັ້ນ, ກຳລັງປ້ອງກັນອິດສະລາແອັນ ໃຫ້ຮູ້ວ່າ ຂອບຂະໜາດຂອງການບຸກໂຈມຕີທາງບົກຢູ່ເຂດ ກາຊາ ສືບຕໍ່ເປີດກວ້າງເພື່ອເຮັດໃຫ້ ຂະບວນການ ຮາມາດ ປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ