ຈຳນວນຜູ້ເສຍຊີວິດໃນການປະທະກັນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ສືບຕໍ່ເພີ່ມຂຶ້ນ

(VOVWORLD) - ໄລ່ແຕ່ຕົ້ນປີມາຮອດປະຈຸບັນ, ຈຳນວນຊາວ ປາແລັດສະຕິນ ເສຍຊີວິດຍ້ອນບັນດາການເຄື່ອນໄຫວຢ່າງຕໍ່ເນື່ອງຂອງ ອິດສະຣາແອັນ ຢູ່ບັນດານະຄອນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ຂຶ້ນເຖິງ 188 ຄົນ.
ຈຳນວນຜູ້ເສຍຊີວິດໃນການປະທະກັນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ສືບຕໍ່ເພີ່ມຂຶ້ນ - ảnh 1ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ຍ້ອນມີຫຼາຍຄົນພວມຖືກຮັບບາດເຈັບໜັກ
(ພາບ: Reuters)

       ວັນທີ 03 ກໍລະກົດ, ກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດຍ້ອນການກະທຳເກາະຜິດຂອງ ອິດສະຣາແອັນ ຢູ່ເຂດ Jenin ໄດ້ເພີ່ມຂຶ້ນ 8 ຄົນ ແລະ ມີ 50 ຄົນຮັບບາດເຈັບ. ອົງການສາທາລະນະສຸກ ປາແລັດສະຕິນ ກໍ່ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ຍ້ອນມີຫຼາຍຄົນພວມຖືກຮັບບາດເຈັບໜັກ. ໄລ່ແຕ່ຕົ້ນປີມາຮອດປະຈຸບັນ, ຈຳນວນຊາວ ປາແລັດສະຕິນ ເສຍຊີວິດຍ້ອນບັນດາການເຄື່ອນໄຫວຢ່າງຕໍ່ເນື່ອງຂອງ ອິດສະຣາແອັນ ຢູ່ບັນດານະຄອນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ຂຶ້ນເຖິງ 188 ຄົນ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ກອງທັບ ອິດສະຣາແອັນ ຖະແຫຼງວ່າ ໄດ້ບຸກໂຈມຕີທາງອາກາດສູນບັນຊາການແຫ່ງໜຶ່ງຂອງທະຫານໃນນະຄອນ Jenin. ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ, ບັນດາເຮືອບິນບໍ່ມີຄົນຂັບໄດ້ປະຕິບັດການບຸກໂຈມຕີກວ່າ 10 ຄັ້ງແນໃສ່ເປົ້າໝາຍ ແລະ ມືປືນໃນເຂດດັ່ງກ່າວ.

ບັນດາປະເທດ ອິດສະລາມ ແລະ ອາຣັບ ໄດ້ມີປະຕິກິລິຍາໂດຍທັນທີຕໍ່ບັນດາບັ້ນຮົບຂອງ ອິດສະຣາແອັນ ຢູ່ Jenin.

ຕອບກັບ

ຂ່າວ/ບົດ​ອື່ນ