ຈຳນວນເງິນເກືອບ 18 ຕື້ດົ່ງທີ່ສະໜັບສະໜູນຜູ້ທຸກຍາກແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) -ຕອນຄ່ຳວັນທີ 05 ມັງກອນ, ແຂວງ ຮ່ານາມ ໄດ້ຈັດລາຍການ “ຄ່ຳຄືນຮ່ວມແຮງຮ່ວມໃຈບຸນເຕັດເພື່ອຜູ້ທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມລະດູບານໃໝ່ປີຊວດ 2020”.

ຈຳນວນເງິນເກືອບ 18 ຕື້ດົ່ງທີ່ສະໜັບສະໜູນຜູ້ທຸກຍາກແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1ບຸນເຕັດເພື່ອຜູ້ທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມລະດູບານໃໝ່ປີຊວດ 2020

(ພາບ: kinhtenongthon.vn)

ລາຍການໄດ້ຮັບຈຳນວນເງິນເກືອບ 18 ຕື້ດົ່ງ ຈາກບັນດາອົງການຈັດຕັ້ງ, ຄະນະ, ຂະແໜງການບັນດາອົງການຈັດຕັ້ງ… ແລະ ບັນດາລູກຫຼານຊາວຮ່ານາມ ທັງຢູ່ພາຍໃນ ແລະ ນອກແຂວງ. ຄະນະຈັດຕັ້ງໄດ້ມອບຂອງວັນ 40 ພູດໃຫ້ 40 ຄອບຄົວທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງແຂວງ. ຄະນະຈັດຕັ້ງກໍ່ໄດ້ສ້າງແຜນການມອບຂອງຂວັນໃຫ້ຄອບຄົວທຸກຍາກກວ່າ 6.600 ຄອບຄົວ ແລະ ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມກວ່າ 4.600 ຄົນຢູ່ບັນດາເມືອງ ແລະ ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ