ຈີເລ ຖອນການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ແລະ COP 25

(VOVWORLD) -  ຈີເລ ພວມຕົກເຂົ້າສູ່ວິກິດການສັງຄົມຢ່າງຮ້າຍແຮງ ເມື່ອປະຊາຊົນທຸກຊັ້ນວັນນະໄດ້ລົງແຫ່ຂະບວນປະທ້ວງຢູ່ຕາມຖະໜົນ ເພື່ອຄັດຄ້ານບັນດານະໂຍບາຍສັງຄົມທີ່ບໍ່ມີຄວາມຍຸຕິທຳ, ກໍ່ຄືຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເຊິ່ງຮູບການເສດຖະກິດຂອງ ຈີເລ ໄດ້ກໍ່ຂຶ້ນ ໃນສັງຄົມ.
ຈີເລ ຖອນການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ແລະ COP 25 - ảnh 1 ຈີເລ ຖອນການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ແລະ COP 25 (ພາບ: AFP/TTXVN)

ວັນທີ 30 ຕຸລາ, ທ່ານປະທານາທິບໍດີ ຈີເລ Sabastian Pinera ຖະແຫຼງວ່າ ປະເທດນີ້ຈະຖອນຕົວອອກຈາກການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP 25) ຄາດວ່າ ຈະດຳເນີນຢູ່ນະຄອນຫລວງ Santiago ໃນເດືອນ ພະຈິກ ແລະ ທັນວາ ຈະມາເຖິງ. ຖະແຫຼງການໄດ້ຍົກອອກມາໃນສະພາບທີ່ວິກິດການດ້ານການເມືອງພວມເກີດຂຶ້ນຢູ່ປະເທດນີ້. ທ່ານປະທານາທິບໍດີ Pinera ຢືນຢັນວ່າ “ນີ້ແມ່ນການຕັດສິນໃຈຍາກທີ່ສຸດ” ກັບການນຳ ຈີເລ, ເຖິງຢ່າງໃດກໍ່ຕາມ ການຕັດສິນໃຈນີ້ແມ່ນເໝາະສົມກັບໄລຍະເວລານີ້.

        ຈີເລ ພວມຕົກເຂົ້າສູ່ວິກິດການສັງຄົມຢ່າງຮ້າຍແຮງ ເມື່ອປະຊາຊົນທຸກຊັ້ນວັນນະໄດ້ລົງແຫ່ຂະບວນປະທ້ວງຢູ່ຕາມຖະໜົນ ເພື່ອຄັດຄ້ານບັນດານະໂຍບາຍສັງຄົມທີ່ບໍ່ມີຄວາມຍຸຕິທຳ, ກໍ່ຄືຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເຊິ່ງຮູບການເສດຖະກິດຂອງ ຈີເລ ໄດ້ກໍ່ຂຶ້ນ ໃນສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ