ຊຸກ​ຍູ້​ກາ​ນ​ທ່ອງ​ທ່ຽວ​ຂຽວ​ໃນ​​ຂະ​ແໜງ​ການ​ທ່ອງ​ທ່ຽວ

(VOVWORLD) - ງານຕະຫຼາດນັດຈະມີການເຂົ້າຮ່ວມຂອງຮ້ານວາງຂາຍສິນຄ້າປະມານ 500 ຮ້ານທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີຫຼາຍຮ້ານແມ່ນມີຂອບຂະໜາດໃຫຍ່
ຊຸກ​ຍູ້​ກາ​ນ​ທ່ອງ​ທ່ຽວ​ຂຽວ​ໃນ​​ຂະ​ແໜງ​ການ​ທ່ອງ​ທ່ຽວ - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM ຮ່າໂນ້ຍ 2019 (ພາບ:  Hanoimoi.com.vn)

ໃນລະຫວ່າງວັນທີ 27 – 30 ມີນາ, ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດນາມ - ໂຊວຽດ, ຮ່າໂນ້ຍ, ໄດ້ເປີດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM ຮ່າໂນ້ຍ 2019 ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຂຽວ”.

ໃນປີນີ້, ງານຕະຫຼາດນັດຈະມີການເຂົ້າຮ່ວມຂອງຮ້ານວາງຂາຍສິນຄ້າປະມານ 500 ຮ້ານທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີຫຼາຍຮ້ານແມ່ນມີຂອບຂະໜາດໃຫຍ່ຄື ຮ້ານວາງຂາຍສິນຄ້າຂອງ ສ.ເກົາຫຼີ, Viettravel, HanoiTourist, HanoiRetours, Vietnam Airlines, Saigontourist, Vinpearl… ຈຸດໃໝ່ຂອງງານຕະຫຼາດນັດການທ່ອງທ່ຽວ VITM 2019 ແມ່ນມີສອງປະເທດຈົດທະບຽນເຂົ້າຮ່ວມໃໝ່ນັ້ນແມ່ນ ເປຣູ ແລະ ສປປ.ເກົາຫຼີ. ຫົວຂໍ້ “ການທ່ອງທ່ຽວຂຽວ” ຂອງ VITM 2019 ແມ່ນເພື່ອແນໃສ່ຕອບສະໜອງຍຸດທະສາດການພັດທະນາແບບຍືນຍົງ 2030 ໂດຍໄດ້ສະຫະປະຊາຊາດວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ