ຊຸກຍ​ູ້​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ​ໃຫ້​ແກ່​ແມ່​ຍິງ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ, ທະນາຄານແຫ່ງລັດ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວເລື່ອງສະເພາະ: “ມອບສິດດ້ານເສດຖະກິດໃຫ້ແກ່ແມ່ຍິງຜ່ານການປ່ຽນແປງໃໝ່ດ້ານການເງິນຢ່າງຮອບດ້ານ” ເປົ້າໝາຍແມ່ນເພື່ອແລກປ່ຽນ, ຊຸກຍູ້ຄວາມສາມາດໃນການສຳຜັດກັບການເງິນຢ່າງຮອບດ້ານໃຫ້ແກ່ແມ່ຍິງຢູ່ ຫວຽດນາມ ກໍ່ຄືໃນພາກພື້ນ ອາຊຽນ.
ຊຸກຍ​ູ້​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ​ໃຫ້​ແກ່​ແມ່​ຍິງ ຫວຽດ​ນາມ - ảnh 1ກອງປະຊຸມສຳມະນາທີ່ມີຫົວເລື່ອງສະເພາະ: “ມອບສິດດ້ານເສດຖະກິດໃຫ້ແກ່ແມ່ຍິງຜ່ານການປ່ຽນແປງໃໝ່ດ້ານການເງິນຢ່າງຮອບດ້ານ” (ພາບ:nhandan.com.vn

ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຊີ້ໃຫ້ເຫັນວ່າ ການພັດທະນາດ້ານການເງິນຕາມທິດຮອບດ້ານໃໝ່ພວມຢູ່ໃນໄລຍະຕົ້ນ, ໝາກຜົນທີ່ໄດ້ຮັບຍັງມີຄວາມຈຳກັດ. ໃນນັ້ນ, ອັດຕາປະຊາຊົນມີບັນຊີເງິນຝາກຕ່ຳ, ພິເສດແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ບັນດາຜູ້ທີ່ມີລາຍຮັບຕ່ຳ ແລະ ເປົ້າໝາຍແມ່ຍິງ. ບັນດາມາດຕະການເພື່ອພັດທະນາການເງິນຢ່າງຮອບດ້ານໄດ້ຍົກອອກມາແມ່ນຕ້ອງເປີດກ້ວາງບັນດາແຫຼ່ງສິນເຊື່ອທະນາຄານໃຫ້ແກ່ການກູ້ຢືມດ້ວຍດອກເບ້ຍ ແລະ ໄລຍະເວລາທີ່ເໝາະສົມ.

        ທ່ານ David Grave, ທີ່ປຶກສາຂອງທະນາຄານພັດທະນາ ອາຊີ ADB ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ:

        ບັນດາພາກພື້ນຄື ອາຟະລິກາໄດ້ນຳເອົາການບໍລິການດ້ານການເງິນຮອບດ້ານມານຳໃຊ້ເປັນຄັ້ງທຳອິດເພື່ອໃຫ້ ແມ່ຍິງໄດ້ ສຳຜັດກັບການຊຳລະບັນດາການບໍລິການສາທາລະນະຢ່າງງ່າຍດາຍກ່ວາ. ຫຼັງຈາກນັ້ນແມ່ນບັດປະຈຳຕົວເອເລັກໂຕນິກ, ບັນດາບາດກ້າວທຳອິດນີ້ມີຄວາມສຳຄັນທີ່ສຸດເພື່ອໃຫ້ແມ່ຍິງສາມາດສຳຜັດກັບການບໍລິການດ້ານການເງິນຄືກັບຜູ້ຊາຍ, ຫຼັງຈາກນັ້ນກໍ່ຈະສຳຜັດກັບບັນດາການບໍລິການດ້ານການເງິນທະນາຄານໃນລະດັບສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ