ຊຸກຍູ້ການຜະລິດ ແລະ ການຄ້າປະເພດໝາກພິກໄທ ຫວຽດນາມ ໃຫ້ຍືນຍົງ

(VOVWORLD) - ກົມປ້ອງກັນພືດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ), ສະຫະສະມາຄົມ ໝາກພິກໄທ ແລະ ພືດຜັກທີ່ໃຊ້ເປັນເຄື່ອນປຸງ ຫວຽດນາມ, ຈັດການສະຫລຸບໂຄງການ “ຊຸກຍູ້ການຜະລິດ ແລະ ການຄ້າປະເພດໝາກພິກໄທ ຫວຽດນາມ ໃຫ້ຍືນຍົງ”.
ຊຸກຍູ້ການຜະລິດ ແລະ ການຄ້າປະເພດໝາກພິກໄທ ຫວຽດນາມ ໃຫ້ຍືນຍົງ - ảnh 1ພາບປະກອບ

ວັນທີ 20 ພະຈິກ, ຢູ່ນະຄອນ ບວນມາທວດ (ແຂວງ ດັກລັກ), ອົງການຂໍ້ລິເລີ່ມການຄ້າແບບຍືນຍົງ (IDH) ສົມທົບກັບຄະນະປະຕິບັດງານສະຫະພາບ ເອີລົບ (EU) ຢູ່ ຫວຽດນາມ, ກົມປ້ອງກັນພືດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ), ສະຫະສະມາຄົມ ໝາກພິກໄທ ແລະ ພືດຜັກທີ່ໃຊ້ເປັນເຄື່ອນປຸງ ຫວຽດນາມ, ຈັດການສະຫລຸບໂຄງການ “ຊຸກຍູ້ການຜະລິດ ແລະ ການຄ້າປະເພດໝາກພິກໄທ ຫວຽດນາມ ໃຫ້ຍືນຍົງ”. ໂຄງການໂດຍສະຫະພາບເອີລົບ ແລະ ອົງການ IDH ອຸປະຖຳ, ປະຕິບັດໃນໄລຍະ 2021 – 2023 ຢູ່ 3 ແຂວງ, ໂດຍແມ່ນ: ດັກລັກ, ດັກນົງ, ຢາລາຍ. ຜ່ານໂຄງການນີ້, ມີເກືອບ 8.000 ຄອບຄົວຊາວກະສິກອນໄດ້ຍົກສູງຄວາມຮູ້ ແລະ ປະຕິບັດການຜະລິດກະສິກຳສີຂຽວ. ທ່ານ ຫງວຽນທຽນວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ໃຫ້ຮູ້ວ່າ:

        “ໂຄງການນີ້ໄດ້ເຊື່ອມຕໍ່ຕາມລະບົບມູນຄ່າເຊິ່ງ ຫວຽດນາມ ກໍ່ຄືແຂວງ ດັກລັກ ແລະ ບັນດາແຂວງ ໄຕງວຽນ ມີຄວາມເອົາໃຈໃສ່ທີ່ສຸດ. ຫວັງວ່າ ໄລຍະຈະມາເຖິງ, ບັນດາອົງການ, ຫົວໜ່ວຍຈະສືບຕໍ່ເອົາໃຈໃສ່, ຮ່ວມເດີນທາງ ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໃນເຂດ ໄຕງວຽນ ໄດ້ສຳຜັດ ແລະ ເປີດກ້ວາງເນື້ອທີ່. ພ້ອມນັ້ນ ກໍ່ເພີ່ມທະວີຜົນກຳໄລດ້ານເສດຖະກິດ, ພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ