ຊຸກຍູ້ການພົບປະແລກປ່ຽນ,ໂອ້ລົມສົນທະນາລະຫວ່າງລຸ້ນໜຸ່ມຕ່າງໆຫວຽດນາມ-ອາເມລິກາ

(VOVWORLD) -ວັນທີ 26 ພຶດສະພາ, ຄະນະຜູ້ແທນເຊິ່ງເປັນລູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໄດ້ເຂົ້າຮ່ວມງານພົບປະແລກປ່ຽນກັບບັນດາລູກຂອງທະຫານທີ່ເສຍສະຫຼະຊີວິດ ແລະ ທະຫານຜ່ນເສິກອາເມລິກາ ໃນສົງຄາມຢູ່ຫວຽດນາມ. 

ຄະນະຜູ້ແທນຫວຽດນາມ ໂດຍທ່ານ ບຸຍວັນຫງີ້, ຮອງຫົວໜ້າຄະນະຮັບຜິດຊອບຄະນະທະວີບອາເມລິກາ, ເລຂາທິການໃຫຍ່ສະມາຄົມຫວຽດນາມ - ອາເມລິກາ, ສັງກັດສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ, ເປັນຫົວໜ້າຄະນະ. ການຢ້ຽມຢາມຖືກດຳເນີນຕາມຄຳເຊີນຂອງທ່ານນາງ Margot Dolgne, ຜູ້ກໍ່ຕັ້ງ, ທັງເປັນຜູ້ອຳນວຍການບໍລິຫານອົງການ "2 Sides Project" (2 SP - ລາຍການພົບປະແລກປ່ຽນລູກຂອງທະຫານທີ່ເສຍສະຫຼະຊີວິດຈາກ 2 ຝ່າຍ). ທ່ານ ບຸຍວັນຫງີ້ ຖືວ່າ, ການຢ້ຽມຢາມນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ໃນສະພາບທີ່ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ພ້ອມທັງແມ່ນຊ່ອງໜຶ່ງອີກເພື່ອຊຸກຍູ້ການພົບປະແລກປ່ຽນ, ໂອ້ລົມສົນທະນາລະຫວ່າງປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ ເພື່ອການພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ