ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - ຊູ​ແອັດ ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ກ່າວຄຳເຫັນໄຂລາຍການ, ທ່ານນາງ Ann Mawe ເອກອັກຄະລັດຖະທູດ ຊູແອັດປະຈຳ ຫວຽດນາມ ຫວັງວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະພ້ອມກັນເພີ່ມທະວີການສົມທົບ, ຍູ້ແຮງການຮ່ວມມືກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ.
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - ຊູ​ແອັດ ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ລາຍການ “ນຳໜ້າຢ່າງບຸກທະລຸ" (ພາບ: TTXVN)

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຊູແອັດ, ສະຖານທູດ ຊູແອັດ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັນຈັດລາຍການ “ນຳໜ້າຢ່າງບຸກທະລຸ”, ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມື ຫວຽດນາມ - ຊູແອັດ ໃນຂົງເຂດພັດທະນາແບບຍືນຍົງ.

ກ່າວຄຳເຫັນໄຂລາຍການ, ທ່ານນາງ Ann Mawe ເອກອັກຄະລັດຖະທູດ ຊູແອັດປະຈຳ ຫວຽດນາມ ຫວັງວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະພ້ອມກັນເພີ່ມທະວີການສົມທົບ, ຍູ້ແຮງການຮ່ວມມືກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ພ້ອມກັນມຸ່ງໄປເຖິງອະນາຄົດແບບຍືນຍົງ, ວັດທະນາຖາວອນກ່ວາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ດີກ່ວາ.

ສ່ວນທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງ ຂໍ້ລິເລີ່ມໃນການຈັດລາຍການ “ນຳໜ້າຢ່າງບຸກທະລຸ”, ທ່ານກໍ່ຖືວ່າ ເລື່ອງສອງຝ່າຍພ້ອມກັນແບ່ງປັນວິໄສທັດ ແລະ ຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ການພັດທະນາແບບຍືນຍົງມີຄວາມໝາຍສຳຄັນໃນສະພາບການໂລກພວມມີການປ່ຽນແປງໃຫຍ່ ແລະ ການແຜ່ຂະຫຍາຍຄວາມສ່ຽງແບບໃໝ່. ທ່ານກໍ່ເນັ້ນໜັກວ່າ ນະຄອນໂຮ່ຈີມິນພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືຊູແອັດກໍ່ຄືປະຊາຄົມສາກົນໃນດ້ານການເງິນຂຽວ, ເຕັກໂນໂລຢີຂຽວ ແລະ ຍົກສູງກຳລັງຄວາມສາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ