ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ກັບ ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ

(VOVWORLD) - ຫວຽດນາມ ຖືເປັນສຳຄັນ ແລະ ຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ກັບ ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim)

        ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.

        ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ມາເລເຊຍ ພິຈາລະນາຈຳກັດບັນດາມາດຕະການປ້ອງກັນການຄ້າສຳລັບສິນຄ້າ ຫວຽດນາມ, ຮັກສາ, ປັບປຸງລະບົບສະໜອງ, ຊຸກຍູ້ການເຕີບໂຕການຄ້າຕາມທິດສ້າງຄວາມດຸ່ງດ່ຽງ.

        ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ ເຫັນດີກັບເລື່ອງປັບປຸງ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ ແລະ ທຸກຊ່ອງທາງ. ທ່ານກໍ່ເຫັນດີພິຈາລະນານຳເຂົ້າສິນຄ້າບາງປະເພດຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດອື່ນໆ.

        ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບຄວາມສຳຄັນຂອງການຮ່ວມມືທະເລ ແລະ ມະຫາສະໝຸດ; ພິຈາລະນາເລື່ອງສ້າງກົນໄກທາບທາມຄວາມເຫັນກ່ຽວກັບບັນດາບັນຫາຢູ່ທະເລ ແລະ ສ້າງໂທລະສັບສາຍດ່ວນຕ້ານການຂຸດຄົ້ນຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU). 2 ຝ່າຍໄດ້ເຫັນດີຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ; ສືບຕໍ່ສົມທົບກັນເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ