ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ໃຫ້​ນັ້ບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ

(VOVWORLD) - ທ່ານລັດຖະມົນຕີ Teo Chee Hean ໃຫ້ຮູ້ວ່າ ບັນດານັກລົງທຶນ ສິງກະໂປ ປາດຖະໜາຢາກຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນການພັດທະນາພະລັງງານສີຂຽວ, ພະລັງງານສະອາດ ແລະ ພະລັງງານທົດແທນ
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ໃຫ້​ນັ້ບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ - ảnh 1ທ່ານພົນໂທ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ  ແລະ ທ່ານ Teo Chee Hean ລັດຖະມົນຕີປະສານງານດ້ານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ (ພາບ: daibieunhandan.vn)

ຕອນບ່າຍວັນທີ 16 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານພົນໂທ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Teo Chee Hean ລັດຖະມົນຕີຂັ້ນສູງ ທັງເປັນລັດຖະມົນຕີປະສານງານດ້ານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງຖືວ່າ ໄປຄຽງຄູ່ກັບການຊຸກຍູ້ບັນດາຂົງເຂດຮ່ວມມືແບບເກົ່າ, ສອງປະເທດຄວນສືບຕໍ່ເປີດກວ້າງ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ພະລັງງານສະອາດ, ຫັນປ່ຽນພະລັງງານທີ່ ຍຸຕິທຳ, ຫັນເປັນດີຈີຕອນ, ແລກປ່ຽນຜູ້ມີຄວາມເກັ່ງກ້າສາມາດ ແລະ ນະວັດຕະກຳ… ກ່ຽວກັບການຮ່ວມມືລັດຖະສະພາ, ສະພາແຫ່ງຊາດສອງປະເທດ ຄວນສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ແບງປັນບົດຮຽນປະສົບການໃນຂົງເຂດນິຕິກຳ ແລະ ບັນດາບັນຫາໃນພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ບົນເວທີປາໄສລັດຖະສະພາຫຼາຍຝ່າຍໃນພາກພື້ນ ແລະ ໂລກ.

ສ່ວນທ່ານລັດຖະມົນຕີ Teo Chee Hean ໃຫ້ຮູ້ວ່າ ບັນດານັກລົງທຶນ ສິງກະໂປ ປາດຖະໜາຢາກຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນການພັດທະນາພະລັງງານສີຂຽວ, ພະລັງງານສະອາດ ແລະ ພະລັງງານທົດແທນ, ຜ່ານນັ້ນ, ກໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດໃນຂົງເຂດນີ້ຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ