ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍນັບມື້ນັບເລິກເຊິ່ງແລະຮອບດ້ານ

(VOVWORLD) - ວັນທີ 17 ເມສາ, ທີ່ຮ່າໂນ້ຍ ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມຫວຽດນາມ ແລະ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືສອງຝ່າຍຫວຽດນາມ - ອິນໂດເນເຊຍ. 

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍນັບມື້ນັບເລິກເຊິ່ງແລະຮອບດ້ານ - ảnh 1 ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ

ພາບ:VGP

ທີ່ກອງປະຊຸມ ສອງຝ່າຍເຫັນດີ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຫລັກແຫລ່ງກວ່າອີກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກທາງຝ່າຍ ແລະ ທຸກຂັ້ນ, ຕັ້ງຫນ້າເຈລະຈາເພື່ອລົງນາມໃນບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງອຸດສາຫະກຳ ການຄ້າ, ຫນູນຊ່ວຍກັນໃນຂົງເຂດຄ້ຳປະກັນດ້ານສະບຽງອາຫານ ແລະ ຊຸກຍູ້ຮ່ວມມືກະສິກຳ ປ່າໄມ້ ການປະມົງ.

ກ່ຽວກັບດ້ານປ້ອງກັນຊາດ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງການນຳບັນດາກຳລັງປະກອບອາວຸດ ແລະ ກະຊວງປ້ອງກັນປະເທດສອງປະເທດ, ຜັນຂະຫຍາຍຖະແຫລງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດໄລຍະ 2017 – 2022 ຢ່າງມີປະສິດທິຜົນ, ສ້າງກົນໄກການເຈລະຈາປ້ອງກັນຊາດຂັ້ນຮອງລັດຖະມົນຕີ.

ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໃຫ້ຮູ້ວ່າ: ບັນດາຂົງເຂດກ່ຽວກັບການເຊື່ອມຈອດ, ການທ່ອງທ່ຽວ, ການສຶກສາບຳລຸງສ້າງກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງສອງຝ່າຍຕ່າງມີຄວາມສົນໃຈກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກສອງລັດໃນໄລຍະຈະມາເຖິງ.

        “ຫວຽດນາມຕີລາຄາສູງການສະຫນັບສະຫນູນ ແລະ ສົມທົບກັນຢ່າງແຫນ້ນແຟ້ນຂອງອິນໂດເນເຊຍ ໃນປີທີ່ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ APEC 2017. ພວກຂ້າພະເຈົ້າໄດ້ແລກປ່ຽນບັນດາມາດຕະການເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ແກ້ໄຂບັນດາຄວາມຂັດແຍ້ງຢູ່ທະເລຕາເວນອອກໂດຍສັນຕິ, ເຄົາລົບບັນດາວິວັດການການທູດ ແລະ ນິຕິທຳ ຢ່າງຄົບຖ້ວນ, ສອດຄອ່ງກັບກົດໝາຍສາກົນ.”

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi  ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດອິນໂດເນເຊຍ ຈະຊຸກຍູ້ບັນດາອົງການກ່ຽວຂ້ອງຂອງ ອິນໂດເນເຊຍ ເປີດກວ້າງການນຳເຂົ້າບັນດາຜະລິດຕະພັນໝາກໄມ້ສົດ. ສອງຝ່າຍໄດ້ມີກາລະໂອກາດເພື່ອຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືສອງຝ່າຍ, ພິເສດໃນຂົງເຂດການເດີນທະເລ ແລະ ສິນໃນນ້ຳ.

ຕອບກັບ

VOV5

ຂໍ​ຂອບ​ໃຈ​ທີ່ທ່ານ​ໄດ້​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ. ​ທ່ານ​ເຄີຍ​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ​ບໍ່, ຖ້າ​ຫາກ​ເຄີຍ​ຕິດ​ຕາມ​ຢ່າ​ລື່ມ​ສົ່ງ​ອີ​ແມວ ຫຼື ຕີ​ລາ​ຄາ​ບົດ​ຂຽນ, ຂ່າວ​ຂອງ​ລາຍ​ການ​ເພື່ອ​ໄດ້​ຮັບ​ຂອງ​ຂວັນ​ທ​ີ່​ລະ​ນຶກ​ຈາກ​ພວກ​ເຮົາ​ແດ່​ເດີ

ແສງຈັນ

ເນື້ອໃນດີ ແຕ່ໃຊ້ font saysetha ອາດຈະອ່ານງ່າຍກ່ວາ

ຂ່າວ/ບົດ​ອື່ນ