ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ໂຮນ​ລັງ​ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) -ຕອນບ່າຍວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ໂອ້ລົມທາງໂທລະກັບ ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ໂຮນລັງ ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ໂຮນ​ລັງ​ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ໂຮນລັງ ກ່ຽວກັບການເມືອງ - ການພົວພັນຕ່າງປະເທດ, ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາກະສິກຳ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາກວ່າ ໂຮນລັງຈະໜູນຊ່ວຍຫວຽດນາມ ເຊື່ອມຕໍ່ບັນດາທ່າກ່ຳປັ່ນ ແລະ ເຂດອຸດສາຫະກຳ ກັບ ເອີລົບ, ຊ່ວຍເພີ່ມທະວີສະມັດຕະພາບສິນຄ້າສົ່ງອອກ ຂອງ ຫວຽດນາມ ໄປຍັງບັນດາຕະຫຼາດນີ້, ພ້ອມທັງຊຸກຍູ້ລັດຖະສະພາໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVFTA) ໂດຍໄວ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ມີການເຕີບໂຕໂດຍໄວຢ່າງແຮງ ແລະ ຍືນຍົງກ່ວາອີກ.

ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ໂຮນຫຼັງໃນບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ ໃນນັ້ນມີບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ການແກ້ໄຂບັນດາການຂັດແຍ້ງອີງໃສ່ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ