ຊຸກຍູ້ການພົວພັນພົບປະແລກປ່ຽນ,ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມກັບແຂວງຢວຽນນາມ,ຈີນ

ຊຸກຍູ້ການພົວພັນພົບປະແລກປ່ຽນ,ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມກັບແຂວງຢວຽນນາມ,ຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
​ຕ້ອນຮັບ​ທ່ານ​ນາງ ຫຼີຈຽງ, ຮອງ​ເຈົ້າ​ແຂວງ ​ແຂວງ ຢວຽນ​ນາມ
(ພາບ: VGP)

(vovworld) - ວັນ​ທີ 09/05, ທີ່​ການ​ຕ້ອນຮັບ​ທ່ານ​ນາງ ຫຼີຈຽງ, ຮອງ​ເຈົ້າ​ແຂວງ ​ແຂວງ ຢວຽນ​ນາມ, ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດນາມ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຈີນ ​ເວົ້າ​ລວມ ​ແລະ ​ແຂວງ ຢວຽນ​ນາມ ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກ​ລັດຖະມົນ​ຕີ ຖື​ວ່າ: 2 ຝ່າຍ​ຄວນ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄື​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ ​ເພື່ອ​ແນ​ໃສ່​ແນະນຳ, ຊອກ​ຮູ້​ທ່າ​ແຮງ, ຄວາມ​ສາມາ​ດ ບົ່ມ​ຊ້ອນ, ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ​ແຂວງ ຢວຽນ​ນາມ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຈິ້ງ​ດີງຢຸງ ສະ​ເໜີ​ວ່າ: ​ແຂວງ ຢວຽນ​ນາມ​ ​ເປີດ​ກ້ວາງ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ຈາກ​ ຫວຽດນາມ, ​ພິ​​ເສດ​ແມ່ນ​ຜະລິດ​ຕະພັນ​ກະ​​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ປະກອບສ່ວນ​ຊຸກຍູ້​ການ​ຄ້າ 2 ຝ່າຍ​ລະ​ຫວ່າ​ງ 2 ປະ​ເທດ​ພັດທະນາ​ຢ່າງດຸ່ນດ່ຽງ ​ແລະ ໝັ້ນຄົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຊີ້​ແຈ້ງວ່າ 2 ຝ່າຍ​ຄວນ​ປະຕິບັດ​ບັນດ​າ​ເອກ​ະສານ​ຄຸ້ມ​ຄອງ​ຊາຍ​ແດນ​​ທາງບົກ ຫວຽດນາມ - ຈີນ​​ເປັນ​ຢ່າງ​ດີ; ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ, ການ​ຄ້າ​ເຖື່ອນ, ການ​ກໍ່​ການ​ຮ້າຍ ​ແລະ ​ເພີ​່ມທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ເຂດ​ຊາຍ​ແດນ; ຊຸກ​ຍູ້ການ​ແຈ້ງ​ພາສີ​​ຢູ່​ບັນດາ​ດ່ານ​ຊາຍ​ແດນ​ລະຫວ່າງ 2 ຝ່າຍໃຫ້​ສະດວກ, ພ້ອມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ ຫວຽດນາມ - ຈີນ ສັນຕິພາບ, ສະຖຽນ​ລະ​ພາບ, ມິດ​ຕະພາບ, ຮ່ວມ​ມື ​ແລະ ພັດທະນາ.

        ສ່ວນ​ທ່ານ​ນາງ ຫຼີຈຽງ ຢືນຢັນ​ວ່າ: ​ແຂວງ ຢວຽນ​ນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ; ພ້ອມ​ແລ້ວ​ທີ່​ຈະ​ພ້ອມກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ປະຕິບັດຄວາມ​ຮັບ​ຮູ້​ລວ​ມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ຊຸກຍູ້​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ.

ຂ່າວ/ບົດ​ອື່ນ