ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ໂມຊຳບິກ ກ່ວາອີກ

(VOVWORLD) - ປະຈຸບັນ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ໂມຊຳບິກ ມີທ່າແຮງ ກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ, ສິນໃນນ້ຳ, ກຳລັງກຳມະກອນ
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ໂມຊຳບິກ ກ່ວາອີກ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ

ວັນທີ 10 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ເລີ່ມຢ້ຽມຢາມ ໂມຊຳບິກ ຕາມຄຳເຊື້ອເຊີນຂອງທ່ານ Adriano Maleiane, ນາຍົກລັດຖະມົນຕີ ສ. ໂມຊຳບິກ ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານ ຟ້າມຮ່ວາງກິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ສືບຕໍ່ຢັ້ງຢືນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ໂມຊຳບິກ. ປະຈຸບັນ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ໂມຊຳບິກ ມີທ່າແຮງ ກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ, ສິນໃນນ້ຳ, ກຳລັງກຳມະກອນ…, ໃນຂະນະນັ້ນ, ຫວຽດນາມ ມີທ່າແຮງກ່ຽວກັບກະສິກຳ, ຫັດຖະກຳ, ສິນໃນນ້ຳ, ກຳລັງແຮງງານ. ສອງພື້ນຖານເສດຖະກິດເພີ່ມເຕີມໃຫ້ກັນ, ການນຳສອງປະເທດໄດ້ເອົາໃຈໃສ່, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືທ້ອງຖິ່ນ, ວິສາຫະກິດໄດ້ຮັບການຊຸກຍູ້ແມ່ນບັນດາປັດໄຈສະດວກ ເພື່ອໃຫ້ການພົວພັນ ຫວຽດນາມ - ໂມຊຳບິກ ນັບມື້ນັບພັດທະນາ, ເປີດກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ