ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ຟີ​ລິບ​ປິນ ໃນ​ທຸກ​ຂົງ​ເຂດ

(VOVWORLD) -ຕອນບ່າຍວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ຟີລິບປິນ Philippines Rodrigo Duterte ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດາມ ແລະ ຟີລິບປິນ (12/7/1976 –-12/7/2021).

ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ຟີ​ລິບ​ປິນ ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖມະນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ຟີລິບປິນ Philippines Rodrigo Duterte (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສະໜອງເຂົ້າສານຢ່າງເປັນປົກກະຕິ, ຍາວນານໃຫ້ແກ່ ຟີລິບປິນ ແລະ ສະເໜີໃຫ້ ຟີລິບປິນ ສະຫງວນບຸລິມະສິດໃຫ້ແກ່ ຫວຽດນາມ ເມື່ອມີຄວາມຕ້ອງການນຳເຂົ້າເຂົ້າສານກໍ່ຄືເປີດປະຕູກ່ວາອີກ ໃຫ້ແກ່ຜະລິດກະເສດຂອງ ຫວຽດນາມ.

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຟີລິບປິນ ໃນທຸກຂົງເຂດ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ ໃຫ້ເລິກເຊິ່ງກ່ວາອີກ. ການນຳສອງຝ່າຍເຫັນດີເປັນເອກະພາບວ່າວັກຊິນກັນໂຄວິດ - 19 ແມ່ນຍຸດທະສາດສຳຄັນເພື່ອຮັບມືກັບໂລກລະບາດໂຄວິດ - 19 ແລະ ມຸ່ງໄປເຖິງການຟື້ນຟູເສດຖະກິດສັງຄົມແບບຍືນຍົງ.

ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາກົນໄກຫຼາຍຝ່າຍຄື: ສປຊ, ອາຊຽນ. ການນຳສອງທ່ານໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ຮັກສາຄວາມສາມັກຄີ ແລະ ບັນດາຫຼັກການໄດ້ຮັບການເຫັນດີເປັນເອກະພາບຂອງ ອາຊຽນໃນບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ