ຊຸກຍູ້ການພົວພັນວຽກງານປ້ອງກັນປະເທດ ຫວຽດນາມ - ການາດາ

(VOVWORLD) -ສອງຝ່າຍຄວນຍູ້ແຮງການຮ່ວມມືດ້ານປ້ອງກັນຊາດໃຫ້ຫຼາຍຂຶ້ນ ໃນບັນດາຂົງເຂດຄື: ການບຳລຸງສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ...
ຊຸກຍູ້ການພົວພັນວຽກງານປ້ອງກັນປະເທດ ຫວຽດນາມ - ການາດາ - ảnh 1 ທ່ານພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານພົນຈັດຕະວາ Derek Joyce ຫົວໜ້າກົມນະໂຍບາຍຄວາມໝັ້ນຄົງສາກົນ, ກະຊວງປ້ອງກັນປະເທດ ການາດາ (ພາບ: qdnd.vn)

ຕອນບ່າຍວັນທີ 24 ມັງກອນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Derek Joyce ຫົວໜ້າກົມນະໂຍບາຍຄວາມໝັ້ນຄົງສາກົນ, ກະຊວງປ້ອງກັນປະເທດ ການາດາ, ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີວີ້ງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງກົນໄກການເຈລະຄາດ້ານນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ກັບ ການາດາ ໃນໄລຍະທີ່ຈະມາເຖິງ. ທ່ານພົນໂທ ຫງວຽນຈີ໊ວີ້ງ ຖືວ່າ ສອງຝ່າຍຄວນຍູ້ແຮງການຮ່ວມມືດ້ານປ້ອງກັນຊາດໃຫ້ຫຼາຍຂຶ້ນ ໃນບັນດາຂົງເຂດຄື: ການບຳລຸງສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ; ປະກອບສ່ວນເພີ່ມທະວີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງແຕ່ລະປະເທດເວົ້າສະເພາະ, ພ້ອມນັ້ນ ປະກອບສ່ວນຮັກສາຄວາມໝັ້ນຄົງຂອງພາກພື້ນອາຊີ - ປາຊີຟິກ ເວົ້າລວມ.

ສ່ວນທ່ານພົນຈັດຕະວາ Derek Joyce ກໍ່ຢັ້ງຢືນວ່າ ດ້ວຍບົດບາດຕໍາແໜ່ງງານທີ່ໄດ້ຮັບຜິດຊອບ ທ່ານຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ການພົວພັນດ້ານປ້ອງກັນຊາດ ການາດາ - ຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ