ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ

(VOVWORLD) -ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.
ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ - ảnh 1ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງສອງຝ່າຍໃນການສືບຕໍ່ພັດທະນາ ແລະ ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ລັດຖະບານ ແລະ ປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.

        ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ແມ່ນການຢ້ຽມຢາມນອກພາກພື້ນ ອາເມລິກາ ລາຕິນ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ນັບແຕ່ເມື່ອຮັບດຳລົງຕຳແໜ່ງ ແລະ ກໍແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ກູບາ ນັບແຕ່ປີ 2018 ມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ