ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ-ກູບາ

ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ-ກູບາ - ảnh 1
ການພົບປະ​ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ - ກູ​ບາ
(ພາບ: ຫງວຽນຮັ່ງ)

(vovworld) -  ວັນ​ທີ 29/06 ຢູ່​ຮ່າ​ໂນ້ຍ, ຫ້ອງກາ​ນການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບ​ກັບ​ສະຖານທູດ ກູ​ບາ ປະຈຳ ຮ່າ​ໂນ້ຍ ຈັດ​ຕັ້ງການພົບປະ​ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ - ກູ​ບາ. ​ເຫດການ​​ນີ້ແນ​ໃສ່​ສ້າງ​ກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ອັບ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເສດຖະກິດ, ສະພາບ​ສັງ​ລວມ​ດ້ານການ​ຄ້າ​ຕ່າງປະ​ເທດ​ຂອງ​ ກູ​ບາ ​ໃນ​ໄລຍະ​ປ່ຽນ​ໃໝ່, ພ້ອມ​ທັງ ​ແມ່ນ​ໂອກາດ​​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພົບ​ປະ​ໂດຍ​ກົງ ​ແລະ ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວ​ກັບ​ກຸ່ມ​ບໍລິສັດ Gecomex, ກຸ່ມ​ບໍລິສັດ​ສົ່ງ​ອອກ - ນຳ​ເຂົ້າ​ແຖວ​ໜ້າ​ຂອງ ກູ​ບາ, ​ເພື່ອ​ເຊື່ອ​​ມຕໍ່​ດຳ​ເນີນ​ທຸລະ​ກິດ ​ແລະ ​ເປີດ​ກ້ວາງ​ຕະຫລາດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Herminio Lospez Diaz ​ເອກ​ອັກ​ຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ ຖື​ວ່າ:

“ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ໃຫ້ 2 ປະ​ເທດ ບໍ່​ພຽງ​ແຕ່​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ຢາກ​​ໃຫ​້ມີ​ການ​ປະກົດ​ຕົວ​ ​ຂອງວິ​ສາ​ຫະກິດ ຫວຽດນາມ  ​ໄປ​ຍັງ​ລົງທຶນ​ຢູ່ ກູ​ບາ ນັບ​ມື້​ນັບ​ຫລາຍ​ກ່ວາ ອີກ​ດ້ວຍ. ພ້ອມ​ກັນ​ນັ້ນກູບ​າ ກໍ່ປາດ​ຖະໜາ​ຢາກ ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ສິນຄ້າ, ການ​ບໍລິການ​ຂອງ​ຕົນ​ໄປ​ຍັງ ຫວຽດນາມ. ​ໃນ​ວິວັດທະນາ​ການ​ພັດທະນາ​ຂອງ ກູ​ບາ ​ໃນ​ສະ​ໄໝ​ໃໝ່​ກັບ​ສະພາບ​ການ​ໃໝ່, ກູ​ບາ ປາດ​ຖະໜາ​ຢາກ​ຮ່ວມ​ເດີ​ນທາງກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ປີ 2015 ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ຫວຽດນາມ ​ແລະ ກູ​ບາ ບັນລຸ​ໄດ້ 235 ລ້ານ USD; ​ໃນ​ນັ້ນ ບັນດາ​ປະ​ເພດ​ສິນຄ້າ​ຕົ້ນ​ຕໍ​ເຊິ່ງ ຫວຽດນາມ ສົ່ງ​​​ອອກ​ໄປ​ຍັງ ກູ​ບາ ​ແມ່ນສະບຽງ​ອາຫານ, ​ເກີບ​ໜັງ​ທຸກ​ຢ່າງ, ວັດ​ສະ​ດຸ​ກໍ່ສ້າງ, ຖ່ານ​ຫີນ…​ແລະ ນຳ​ເຂົ້າ​ຈາກ ກູ​ບາ​ ​ແມ່ນ ຢາ​ປົວ​ພະຍາດ ​ບາງຊະ​ນິດ ​ແລະ ອາຫານ​​ເສີມ.

 

ຂ່າວ/ບົດ​ອື່ນ