ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນໃຫ້ນັບມື້ນັບແທດຈິງມີປະສິດທິຜົນ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນໃຫ້ນັບມື້ນັບແທດຈິງມີປະສິດທິຜົນ - ảnh 1
ທ່ານ​ພົນ​​ໂທ ຈ໋າງກວານ​ຈ໋ວານ ແລະ ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ​ງ
(ພາບ: TTXVN)

(vovworld) – ​ ​ວັນ​ທີ 02/11, ຢູ່​ບັກ​ກີ​ງ, ທ່ານ​ພົນ​​ໂທ ຈ໋າງກວານ​ຈ໋ວານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ​ໃຫ້ການຕ້ອນຮັບຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ​ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ, ​ເນື່ອງ​ໃນ​ໂອກາດ​ຄະ​ນະ​ເດີນທາງ​ໄປ​ ຈີນ ​​ເພື່ອເຂົ້າ​ຮ່ວມ​ການ​ເຈລະຈາ​ຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ຈີນ ຄັ້ງ​ທີ 6 ທີ່​ຈັດ​ຕັ້ງ​ຢູ່ ​ເຈີ໋ງຕູ ໃນ​ວັນ​ທີ 04/11. ນະ​ທີ່​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ສະ​ແດງ​ຄວາມ​ພາກພູມ​ໃຈ ​ເມື່ອ​ເຫັນ​ວ່າການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ບັນລ​ຸ​ໄດ້ຜົນ​ງານ​ອັນ​ດີງາມ​ຫລາຍ​ຢ່າງ ດ້ວຍ​ບັນດາ​ຈຸດ​ພົ້ນ​ເດັ່ນ​ຄື: ການ​ເຈລະຈາ​ຍຸດ​ທະ​ສາດ, ​ການແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຮ່ວມ​ມືປ້ອງ​ກັນຊາ​ຍ​ແດນ, ການ​ສຶກສາ - ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ທ່ານ​ພົນ​ໂທ ຈ໋າງກວານ​ຈ໋ວານ ຢືນຢັນ​ວ່າ ຈີນ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ 2 ປະ​ເທດ ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ອຸດົມສົມ​ບຸນ.

        ສ່ວນ​ທ່ານ​ພົນ​ໂທ ຫງວຽນ​ຈີ​ວີ​ງ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ກັບ ຈີນ ຕາມ​ທິດ​ແທ້​ຈິງ, ອຸດົມ​ສົມ​ບຸນ​ໃນ​ຫລາຍ​ຂົງ​ເຂດ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ​. ທ່ານ ຫງວຽນ​ຈີ​ວິ​ງ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ​ເລື່ອງ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ