ຊຸກຍູ້ການຮ່ວມມືບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ ຫວຽດນາມ - ອາຟະລິກາໃຕ້

(VOVWORLD) -ເນື້ອໃນຂອງບົດບັນທຶກຊ່ວຍຈຳໄດ້ເປັນເອກະພາບປະຕິບັດການຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າວິທະຍາສາດຢ່າງຮອບດ້ານ, ພິເສດແມ່ນການຈັດກອງປະຊຸມສຳມະນາສະເພາະຂະແໜງ.
ຊຸກຍູ້ການຮ່ວມມືບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ ຫວຽດນາມ - ອາຟະລິກາໃຕ້ - ảnh 1(ພາບປະກອບ: TTXVN)

        ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາຟະລິກາໃຕ້ (22 ທັນວາ 1993 – 22 ທັນວາ 2023), ວັນທີ 02 ມີນາ, ສະຖາບັນຄົ້ນຄວ້າ ອາຟະລິກາ ແລະ ຕາເວັນອອກກາງ (ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ) ແລະ ສະຖານທູດສ.ອາຟະລິກາໃຕ້ ປະຈຳ ຫວຽດນາມ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳ, ເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.

        ເນື້ອໃນຂອງບົດບັນທຶກຊ່ວຍຈຳໄດ້ເປັນເອກະພາບປະຕິບັດການຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າວິທະຍາສາດຢ່າງຮອບດ້ານ, ພິເສດແມ່ນການຈັດກອງປະຊຸມສຳມະນາສະເພາະຂະແໜງ. 2 ຝ່າຍກໍ່ສະແດງທັດສະນະພ້ອມແລ້ວທີ່ຈະໜູນຊ່ວຍເຊິ່ງກັນ ແລະ ກັນໃນການໂຄສະນາບັນດາໂຄງການບຳລຸງສ້າງ, ສ້າງ ແລະ ຜັນຂະຫຍາຍບັນດາໂຄງການຄົ້ນຄວ້າລວມ.

        ຕາມນັ້ນແລ້ວ, 2 ຝ່າຍກໍ່ພ້ອມກັນຈັດບັນດາການເຄື່ອນໄຫວ ແລະ ໂຄງການໃນປີ 2023 ເຊິ່ງນອນໃນຂອບເຂດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາຟະລິກາໃຕ້, ລວມມີ: ການໂອ້ລົມສົນທະນາທາງໄກ “ການຕໍ່ສູ້ ແລະ ຄວາມຄາດຫວັງມີເສລີພາບ: ແບ່ງປັນບົດຮຽນລະຫວ່າງ ອາຟະລິກາໃຕ້ ແລະ ຫວຽດນາມ”; ກອງປະຊຸມສຳມະນາ ຫັນວັດທະນະທຳເປັນຫຼາຍຮູບຫຼາຍແບບ ເພື່ອການເຊື່ອມໂຍງ ແລະ ພັດທະນາ…

ຕອບກັບ

ຂ່າວ/ບົດ​ອື່ນ