ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ Niedersachsen ຂອງເຢຍ​ລະ​ມັນ

(VOVWORLD) -ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢຍລະມັນພວມນັບມື້ນັບ ພັດທະນາ ແລະ ມີຄຸນນະພາບກ່ວາອີກ. ເພື່ອຍູ້ແຮງການຮ່ວມມືສອງຝ່າຍໃຫ້ຫຼາຍກ່ວາອີກ, ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ພວມຊຸກຍູ້ການພົວພັນຮ່ວມມືກັບບັນດາລັດຂອງເຢຍລະມັນທັງໝົດ, ເປັນຕົ້ນແມ່ນບັນດາລັດທີ່ມີທ່າແຮງເຊິ່ງຫວຽດນາມພວມມີຄວາມຕ້ອງການ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ Niedersachsen ຂອງເຢຍ​ລະ​ມັນ - ảnh 1ທ່ານປ. ຫງວຽນມິງຫວູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມ ແຫ່ງ. ຫວຽດນາມ ປະຈຳສະຫະພັນເຢຍລະມັນ ແລະ ທ່ານນາງ . Gabriele Andretta ປະທານລັດຖະສະພາ Niedersachsen (ພາບ: TTXVN) 

ໃນການຕ້ອນຮັບທ່ານປ.ອ ຫງວຽນມິງຫວູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສ.ສ ຫວຽດນາມ ປະຈຳສະຫະພັນເຢຍລະມັນ ຢູ່ສຳນັກງານລັດຖະສະພາລັດ Niedersachsen, ທ່ານນາງ ປ.ອ Gabriele Andretta ປະທານລັດຖະສະພາ ລັດດັ່ງກ່າວ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື ການຄົ້ນຄ້ວາ ແລະ ການບຳລຸງສ້າງອາຊີບ. ພ້ອມທັງສະແດງຄວາມປະທັບໃຈກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນໄລຍະທີ່ຜ່ານມາ, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ Niedersachsen ແລະ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດຄົ້ນຄ້ວາ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່າງ ສອງຝ່າຍ.

ສ່ວນປະຊາຄົມ ຊາວ ຫວຽດນາມ ຢູ່ ລັດ Niedersachsen, ທ່ານນາງ Gabriele Andrettaໄດ້ຢັ້ງຢືນວ່າ ອຳນາດການປົກຄອງລັດຍາມໃດກໍ່ສ້າງຂອບນິຕິກຳທີ່ສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມກໍ່ຄືບັນດາປະຊາຄົມຊາວຕ່າງປະເທດທີ່ອາໄສຢູ່ລັດ Niedersachsenໄດ້ມີການເຊື່ອມຕົວເຂົ້າກັບສັງຄົມປະຈຳຖິ່ນ, ປະກອບສ່ວນໃຫ້ແກ່ການດຳເນີນຊີວິດທາງດ້ານເສດຖະກິດ - ສັງຄົມ, ກໍ່ຄືຄວາມຫຼາກຫຼາຍຮູບແບບດ້ານວັດທະນະທຳ ຂອງລັດ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ Niedersachsen ຂອງເຢຍ​ລະ​ມັນ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ