ຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈິມິນແລະຊຽງໄຮ,ຈີນ

ຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈິມິນແລະຊຽງໄຮ,ຈີນ - ảnh 1
ຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈິມິນແລະຊຽງໄຮ,ຈີນ
(ພາບ: TTXVN)

(vovworld) - ​ ​​​ ທ່ານ​ເລ​ຂາ​ຄະ​ນະ​ພັກ​ນ​ະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ແລະ ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ, ປະ​ເທດ​ຈ​ີ​ນ ຂານ​ເຈິງ, ໄດ້​ເຫັນ​ດີ​​ຊ​ຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມິນ ​ແລະ ​ຊຽງ​ໄຮ ທີ່​ການ​ເຈ​ລະ​ຈາ​ໃນຕອ​ນ​ເຊົ້າ​ວັນ​ທີ 12/05, ຢ​ູ່​ນະ​ຄອນ​ໂຮ່​ຈິ​ມິນ. ທ່ານເລ​ຂາ​ຄະ​ນະ​ພັກ​ນ​ະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຈະ​ປັບ​ປຸງ​, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ​ເວົ້າ​ລວມ, ກໍ​ຄື​ຂອງ​ນະ​ຄອນ​ໂຮ​່​ຈິ​ມິນ ​ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່​ນ​ຕ່າງໆ​ຂອງ​ຫວຽດ​ນາມ ກັບ​ນະ​ຄອນ ຊຽງ​ໄຮ ເວົ້າ​ສະ​ເພາະກວ່າ​ອີກ. ສ່ວນ​ທ່ານເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ ຂານ​ເຈິງ ​ປາດ​ຖະ​ໜາ​ວ່າ, ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື, ການ​ພັດ​ທະ​ນາ​ລະ​ຫວ່າງ 2 ນະ​ຄອນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

        ພາຍ​ຫຼັງ​ການ​ເຈ​ລະ​ຈາ, ຄະ​ນະ​ຜ​ູ້​ແທນ 2 ຝ່າຍ​ໄດ້​ເປັນ​ສັກ​ຂີ​ພິ​ຍານ ພິ​ທີ​ລົງ​ນາມ​ໃນຂໍ້ຕົກ​ລົງ​​​ຮ່ວມ​ມືບາງ​ສະ​ບັບລະ​ຫວ່າງ 2 ນະ​ຄອນ ​ຄື: ຂໍ້​ລົກ​ລົງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງນະ​ຄອນ​ໂ​ຮ່​ຈິ​ມິນ ແລະ ນະ​ຄອນ​ຊຽງ​ໄຮ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​​ນະ​ຄອນໂຮ່​ຈິ​ມິນ ແລະ ​ພະ​ແນກ​ພົວ​ພັ​ນ​ຕ່າງ​ປ​ະ​ເທດ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຊຽງ​ໄຮ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວກ​ບັການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ພະ​ແນກ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ຄະ​ນະ​ກຳ​ມະ​ການ​ສຶກ​ສາ​ນະ​ຄອນ​ຊຽງ​ໄຮ…

ຂ່າວ/ບົດ​ອື່ນ