ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອູເບກິດສະຖານ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີເພີ່ມທະວີການຮ່ວມມືໃນບັນດາຂະແໜງການສຳຄັນຂອງ 2 ຝ່າຍຄື: ນ້ຳມັນອາຍແກັສ ແລະ ກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ 2 ປະເທດ
ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອູເບກິດສະຖານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov 

     ຕອນບ່າຍວັນທີ 18/03, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17 – 19 ມີນາ

     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີເພີ່ມທະວີການຮ່ວມມືໃນບັນດາຂະແໜງການສຳຄັນຂອງ 2 ຝ່າຍຄື: ນ້ຳມັນອາຍແກັສ ແລະ ກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງ ອູເບກິດສະຖານ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຮຽກຮ້ອງ ອູເບກິດສະຖານ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊີກາງ.

   ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov ຢືນຢັນວ່າ ອູເບກິດສະຖານປາດຖະໜາຢາກສືບຕໍ່ຊຸກຍູ້ ການພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ ແລະ ຢືນຢັນວ່າ 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍດ້ານໃນການຮ່ວມມື; ສະແດງຄວາມເຫັນດີເຫັນພ້ອມກັບທິດທາງການຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຍົກອອກມາ

ຕອບກັບ

ຂ່າວ/ບົດ​ອື່ນ