ຊຸກຍູ້ການຮ່ວມມືໃນການສຳຫຼວດ, ຂຸດຄົ້ນ, ນຳໃຊ້ຍານອາວະກາດ ເພື່ອຈຸດປະສົງສັນຕິພາບລະຫວ່າງ ຫວຽດນາມ-ອາເມລິກາ

(VOVWORLD) - ທີ່ການເຮັດວຽກໃນວັນທີ 20 ກັນຍາ, ກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ ຊຸດທີ 14, ມີເນື້ອໃນສຳຄັນໜຶ່ງໄດ້ຮັບການພິຈາລະນາ ແລະ ປະກອບຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດ ນັ້ນແມ່ນສັນຍາແມ່ລະຫວ່າງລັດຖະບານ  ສສ ຫວຽດນາມ ແລະ ລັດຖະບານ ສະຫະລັດ ອາເມລິກາ ກ່ຽວກັບການຮ່ວມມືໃນການນຳໃຊ້ຍານອາວະກາດ ເພື່ອຈຸດປະສົງສັນຕິພາບ. 
ຊຸກຍູ້ການຮ່ວມມືໃນການສຳຫຼວດ, ຂຸດຄົ້ນ, ນຳໃຊ້ຍານອາວະກາດ ເພື່ອຈຸດປະສົງສັນຕິພາບລະຫວ່າງ ຫວຽດນາມ-ອາເມລິກາ - ảnh 1 ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນສະຫລຸບກອງປະຊຸມ

ຕາມໃບສະເໜີຂອງລັດຖະບານ, ເລື່ອງລົງນາມໃນສັນຍາແມ່ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນການສຳຫຼວດ ແລະ ນຳໃຊ້ຍານອາວະກາດ ຢ່າງລວງເລິກ ແລະ ມີປະສິດທິຜົນເພື່ອຈຸດປະສົງສັນຕິພາບໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບກົດໝາຍ ແລະ ຂໍ້ກຳນົດທີ່ພວມປະກາດໃຊ້, ສົນທິສັນຍາທີ່ທັງ 2 ປະເທດເປັນສະມາຊິກ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢັ້ງຢືນວ່າ: ເລື່ອງລົງນາມໃນສັນຍາແມ່ນີ້ຈະສ້າງເງື່ອນໄຂໃຫ້ການຊຸກຍູ້ການຮ່ວມມືໃນການສຳຫຼວດ, ຂຸດຄົ້ນ, ນຳໃຊ້ຍານອາວະກາດ ເພື່ອຈຸດປະສົງສັນຕິພາບລະຫວ່າງ 2 ປະເທດ.  ຄະນະປະຈຳສະພາແຫ່ງຊາດ ມອບໃຫ້ລັດຖະບານ ລົງນາມໃນສັນຍາແມ່ຕາມຂໍ້ກຳນົດຂອງກົດໝາຍດ້ວຍສົນທິສັນຍາສາກົນ, ສະເໜີໃຫ້ລັດຖະບານເປັນເຈົ້າການໃນການຄົ້ນຄ້ວາ ສະເໜີປັບປຸງບັນດາເອກະສານນິຕິກຳທີ່ກ່ຽວຂ້ອງເພື່ອຮັບປະກັນລັກສະນະເປັນເອກະພາບ, ເໝາະສົມກັບຂໍ້ກຳນົດໃນສັນຍາ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງ ຫວຽດນາມ, ພິເສດແມ່ນນັບທັງສິດກ່ຽວກັບຊັບສິນ, ຊີວິດອີນຊີ, ສຸຂະພາບໃນວິວັດການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ