ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮ່​ທາດ ຢູ່​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຫວ່າງມໍ່ໆມານີ້, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງກອງປະຊຸມສຳມະນາລະດັບພາກພື້ນ ກ່ຽວກັບແງ່ຫວັງພັດທະນາການຮ່ວມມືໃນຂົງເຂດແຮ່ທາດ (DPAMC) ແລະ ຄົ້ນຄວ້າຂອບເຂດຂອງລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນກ່ຽວກັບແຮ່ທາດ ອາຊຽນ (AMDIS).
ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮ່​ທາດ ຢູ່​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1(ພາບປະກອບ: chinhphu.vn)

ກອງປະຊຸມສຳມະນາຖືກດຳເນີນພາຍໃນ 2 ວັນ ແລະ ປຶກສາຫາລືກ່ຽວກັບການຄົ້ນພົບ ແລະ ຂໍ້ສະເໜີເບື້ອງຕົ້ນໃນບັນດາຮ່າງບົດຄົ້ນຄວ້າກ່ຽວກັບ DPAMC ແລະ ບົດລາຍງານກຳນົດຂອບເຂດ AMDIS ໃນຂອບເຂດໂຄງການເພີ່ມທະວີການຮ່ວມມືແຮ່ທາດ ອາຊຽນ.

        ການຄົ້ນຄວ້າກ່ຽວກັບ DPAMC ຈະພິຈາລະນາສະພາບການພັດທະນາ ແລະ ຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ ໃນສະພາບການລວມຂອງຕະຫຼາດທົ່ວໂລກ ແລະ ຂະແໜງອຸດສາຫະກຳແຮ່ທາດ, ພ້ອມທັງສະເໜີບັນດາຍຸດທະສາດ ແລະ ມາດຕະການຂອງພາກພື້ນ. ບັນດາຂໍ້ສະເໜີຂອງການຄົ້ນຄວ້າດັ່ງກ່າວ ຄາດວ່າຈະຊ່ວຍກຳນົດທິດທາງການຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ ໃນອະນາຄົດ ແລະ ຈະໄດ້ພິຈາລະນາໃນໄລຍະທີ 2 (2021 – 2025) ຂອງແຜນການດຳເນີນງານ ກ່ຽວກັບການຮ່ວມມືໃນຂົງເຂດແຮ່ທາດ ອາຊຽນ. ໃນຂະນະນັ້ນ, ການສ້າງຖານຂໍ້ມູນກ່ຽວກັບແຮ່ທາດ ອາຊຽນ ຢ່າງມີປະສິດທິຜົນ ຈະສ້າງເງື່ອນໄຂລົງທຶນທີ່ຈຳເປັນໃນວຽກງານສຳຫຼວດ ແລະ ພັດທະນາຂະແໜງແຮ່ທາດໃນພາກພື້ນ. ຄາດວ່າ ບັນດາຂໍ້ສະເໜີຂອງການຄົ້ນຄວ້າກຳນົດຂອບເຂດ AMDIS ຈະໄດ້ຮັບການພິຈາລະນາເພື່ອແນໃສ່ເພີ່ມທະວີລະບົບໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ