ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ນິນ

(VOVWORLD) - ຕອນບ່າຍວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເບນິນ Olushegun Adjadi Bakari ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ນິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເບນິນ Olushegun Adjadi Bakari (ພາບ: TTXVN)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ປາດຖະໜາ ຢາກໃຫ້ສອງຝ່າຍຕັ້ງໜ້າສົ່ງເສີມ, ໜູນຊ່ວຍວິສາຫະກິດ ສອງປະເທດ ຊອກຫາ ໂອກາດຮ່ວມມືທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຂອງກັນ, ສ້າງເງື່ອນໄຂສະດວກ ໃຫ້ແກສິນຄ້າທີ່ເປັນທ່າແຮງຂອງແຕ່ລະປະເທດໃນການສຳຜັດກັບຕະຫຼາດຂອງກັນ ກໍ່ຄືບັນດາຕະຫຼາດ ອາຊຽນ ແລະ ອາບຟຼິກກາ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ ເບນິນ ໜູນຊ່ວຍຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາບຟຼິກກາໃຕ້, ສະຫະພາບ ອາບຟຼິກກາ (AU) ແລະ ປະຊາຄົມເສດຖະກິດບັນດາປະເທດ ອາບຟຼິກກາຕາເວັນຕົກ (ECOWAS).

ສ່ວນທ່ານລັດຖະມົນຕີການຕ່າງປະເທດເບນິນ Olushegun Adjadi Bakari ກໍ່ປາດຖະໜາຢາກໃຫ້ ຫວຽດນາມ ໜູນຊ່ວຍ ແລະ ຮ່ວມມືໃນບັນດາຂົງເຂດຄືກະສິກຳ, ການສຶກສາບຳລຸງສ້າງ, ພັດທະນາອຸດສາຫະກຳ… ພິເສດ, ເບນິນ ປາດຖະໜາຢາກຕ້ອນຮັບນັກຊ່ຽວຊານ ຫວຽດນາມ ໄປແບ່ງປັນບົດຮຽນປະສົບການ, ໃຫ້ຄຳປຶກສາ, ໜູນຊ່ວຍພັດທະນາຂະແໜງກະສິກຳ. ເບນິນ ກໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ ເຂົ້າຂົງເຂດກະສິກຳ, ເປັນຕົ້ນແມ່ນການປຸງແຕ່ງ ເຂົ້າສານ, ໝາກມ່ວງ ຫິມະພານ.

ຕອບກັບ

ຂ່າວ/ບົດ​ອື່ນ