ຊຸກຍູ້ການເຄື່ອນໄຫວກຳມະບານໃນຂະແໜງຕຳແຜ່ນຕັດຫຍິບແລະເກີບໜັງ

ຊຸກຍູ້ການເຄື່ອນໄຫວກຳມະບານໃນຂະແໜງຕຳແຜ່ນຕັດຫຍິບແລະເກີບໜັງ - ảnh 1
(ພາບປະກອບ: TTXVN)

(vovworld) - ​ແຕ່​ວັນ​ທີ 13 – 15/8 ຢູ່​ນະຄອນ​ໂຮ່ຈີ​ມິນ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ FES ຂອງ​ ເຢຍລະ​ມັນ ປະຈຳ ຮ່າ​ໂນ້ຍ ​ແລະ ອົງການ​ກຳມະບານ ອຸດສາຫະກຳ​ທົ່ວ​ໂລກຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ກໍ່ສ້າງ​ອົງການ​ກຳມະບານ​ໃນ​ລະບົບ​ສະໜອງ​ຂອງ​ຂະ​ແໜງ​ຕັດຫຍິບ ​ແລະ ​ເກີບ​ໜັງ​ຢູ່ ຫວຽດນາມ”. ກ່າວ​ຄຳ​ເຫັນທີ່​ພິທີ​ໄຂ, ຮອງ​ປະທານສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເຈີ່ນ​ວັນ​ລີ ​ໃຫ້​ຮູ້​ວ່າ: ດ້ວຍ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ລົງ​ນາມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ບັນດາ​ປະ​ເທດ, ພາກ​ພື້ນ, ຂະ​ແໜງ​ຕຳ​​ແຜ່ນຕັດຫຍິບ​ແລະ​ເກີບ​ໜັງ ຈະ​ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງ​​ແຂງ​ແຮງ. ສິ່ງ​ດັ່ງກ່າວ​ກໍ່​ມີ​ຄວາມ​ໝາຍ​​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ຈຳນວນ​ແຮງ​ງານ​ທີ່​ເຮັດ​ວຽກ​ໃນ 2 ຂະ​ແໜງ​ນີ້ຈະ​ເພີ່ມຂຶ້ນ​ສູງ. ດັ່ງ​ນັ້ນ​ຕ້ອງການ​ມີ​ອົງການ​ກຳມະບານ​ມີ​ກຳລັງ​ແຮງ ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ​ໃຫ້​ຜູ້​ອອກ​ແຮງ​ງານ. ປະຈຸ​ບັນ ຫວຽດນາມ​ ມີ​ແຮງ​ງານ​ປະມານ 3,5 ລ້ານ​ຄົນ​ພວມເຮັດ​ວຽກຢູ່​ວິສາ​ຫະກິດຕຳ​ແຜ່ນ 5000 ​ແຫ່ງ ​ແລະ ວິ​ສາ​ຫະກິດ ​ເກີບ​ໜັງ 800 ​ແຫ່ງ​.

ຂ່າວ/ບົດ​ອື່ນ