ຊ​ຸກ​ຍູ້​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້​ນ ອ​າ​ຊີ​ໃຕ້, ອາ​ຊີ​ຕາ​ເວັນ​ອອ​ກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ກອງປະຊຸມ ສຳມະນາຈະດຳເນີນໄປຮອດວັນທີ 19 ພະຈິກ, ແມ່ນເວທີປາໄສແຫ່ງການຄົ້ນຄ້ວາ           ເປັນມືອາຊິບ ແລະ ກົງໄປກົງມາເພື່ອປຶກສາຫາລືກ່ຽວກັບວິທີເປີດກ້ວາງ   ແລະ ເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຊຸກຍູ້ການເຊື່ອມໂຍງ ແລະ ວັດທະນາຖາວອນ ຂອງພາກພື້ນ ອາຊີ.
ຊ​ຸກ​ຍູ້​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້​ນ ອ​າ​ຊີ​ໃຕ້, ອາ​ຊີ​ຕາ​ເວັນ​ອອ​ກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ກອງປະຊຸມສຳມະນາວິທະຍາສາດ “ເຊື່ອມຕໍ່ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້: ອະດີດຕະການ ແລະ ປັດຈຸບັນ” (ພາບ: quandoinhandan.vn)

ວັນທີ 18 ພະຈິກ, ສະຖາບັນການຄົ້ນຄ້ວາ ອິນເດຍ ແລະ ອາຊີຕາເວັນຕົກສ່ຽງໃຕ້, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ເຊື່ອມຕໍ່ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້: ອະດີດຕະການ ແລະ ປັດຈຸບັນ”, ແນໃສ່ເຮັດແຈ້ງບັນດາການເຊື່ອມຕໍ່ຊອດທະລຸໃນປະຫວັດສາດອັນຍາວນານຂອງພາກພື້ນ ອາຊີໃຕ້ ກັບ 2 ພາກພື້ນພູມສາດສຳຄັນຢູ່ພາກພື້ນ  ອາຊີ - ປາຊີຟິກ ນັ້ນແມ່ນ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມ ສຳມະນາຈະດຳເນີນໄປຮອດວັນທີ 19 ພະຈິກ, ແມ່ນເວທີປາໄສແຫ່ງການຄົ້ນຄ້ວາ           ເປັນມືອາຊິບ ແລະ ກົງໄປກົງມາເພື່ອປຶກສາຫາລືກ່ຽວກັບວິທີເປີດກ້ວາງ   ແລະ ເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຊຸກຍູ້ການເຊື່ອມໂຍງ ແລະ ວັດທະນາຖາວອນ ຂອງພາກພື້ນ ອາຊີ.

        ກອງປະຊຸມສຳມະນາລວມມີ 3 ວາລະ: ເຊື່ອມຕໍ່ ອາຊີໃຕ້ ກັບ ອາຊີຕາເວັນອອກສ່ຽງໃຕ້ - ເຊື່ອມໂຍງ ແລະ ຮ່ວມມື; ປັດໄຈທີ່ກະທົບຕໍ່ການເຊື່ອມຕໍ່ ອາຊີໃຕ້ ກັບ ອາຊີຕາເວັນອອກສ່ຽງໃຕ້; ເຊື່ອມຕໍ່ວັດທະນະທຳ, ສາສະໜາ ແລະ ມະນຸດລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກສ່ຽງໃຕ້, ໂດຍສູນເນື້ອໃນຄື: ກຳນົດການເຊື່ອມຕໍ່ໃນອະດີດຕະພັນ ແລະ ປະຈຸບັນລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ແນໃສ່ຊອກຫາຍຸດທະສາດ ເພື່ອຫັນຄວາມສາມາດບົ່ມຊ້ອນໃນການເຊື່ອມໂຍງ ແລະ ພັດທະນາໃນພາກພື້ນໃຫ້ດີທີ່ສຸດ; ຫັນການເຊື່ອມຕໍ່ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນນິຍາມ; ເຄື່ອຂ່າຍການເຊື່ອມໂຍງອານຸພາກພື້ນລະຫວ່າງບັນດາລະບອບລະບຽບການຢູ່ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄື: ການຮ່ວມມື ແມ່ຂອງ - ແກງກາ, ASEAN+…

ຕອບກັບ

ຂ່າວ/ບົດ​ອື່ນ