ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສິດຂອງແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ

(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາໃຫ້ບຸລິມະສິດແກ່ການຊຸກຍູ້ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງໃນບັນດາກົນໄກສຳຄັນນີ້ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ເພື່ອມຸ່ງໄປເຖິງສັງຄົມມີຄວາມສະເໝີພາບຢ່າງແທ້ຈິງ ແລະ ໂລກແຫ່ງສັນຕິພາບແບບຍືນຍົງ.
ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສິດຂອງແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  (ພາບ: TTXVN)

  ວັນທີ 2 ຕຸລາ (ຕາມເວລາ ຫວຽດນາມ), ໃນຂອບເຂດສັບປະດາຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ໄດ້ດຳເນີນກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີແຫ່ງວັນກອງປະຊຸມແມ່ຍິງໂລກຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ຊຸກຍູ້ການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນ”, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມີສານສຳຄັນ ສົ່ງເຖິງກອງປະຊຸມ. ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: 

        “ທີ່ກອງປະຊຸມແມ່ຍິງໂລກຄັ້ງທີ 4 ໃນປີ 1995, ອຸດົມການກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເຄົາລົບກຽດສັກສີຂອງມະນຸດໃນສັງຄົມທີ່ກ້າວໜ້າອີກຄັ້ງໜຶ່ງ ໄດ້ສະແດງໃຫ້ເຫັນຢ່າງແຮງໃນຖະແຫຼງການ ແລະ ໂຄງການເຄື່ອນໄຫວ ປັກກິງ, ແມ່ນໜຶ່ງໃນບັນດາເອກະສານຮອບດ້ານທີ່ສຸດຂອງໂລກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ.

        ເລື່ອງມານະພະຍາຍາມປະຕິບັດບັນດາເນື້ອໃນສຳຄັນທີ່ລະບຸຢູ່ໃນເອກະສານສະບັບດັ່ງກ່າວ ໄດ້ປະກອບສ່ວນ ຊຸກຍູ້ການສ້າງກອບນິຕິກຳໃຫ້ສຳເລັດ ເພື່ອແນໃສ່ມອບສິດ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ແມ່ຍິງ. ທ່ານນາງ ຫງວຽນທິກິມເງິນ ຢືນຢັນວ່າ:

        “ທຸກວັນນີ້, ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ກໍ່ແມ່ນຄວາມສົນໃຈແຖວໜ້າຢູ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ. ພິເສດແມ່ນ IPU, AIPA ໄດ້ຢັ້ງຢືນບົດບາດ ແລະ ການປະກອບສ່ວນຂອງແມ່ຍິງໃນທຸກຂົງເຂດຂອງຊີວິດການເປັນຢູ່ ແລະ ຮັບມືກັບກໍລະນີທີ່ຈຳເປັນ ແລະ ຮີບດ່ວນ, ໃນນັ້ນ ມີໂລກລະບາດໂຄວິດ-19. ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສິດຂອງແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ, ໄດ້ລະບຸໃນລັດຖະທຳມະນູນ ແລະ ຮັບປະກັນໄດ້ປະຕິບັດໃນຕົວຈິງ. ແມ່ຍິງ ຫວຽດນາມ ຍາມໃດກໍ່ມີບົດບາດສຳຄັນ ແລະ ມີບັນດາການປະກອບສ່ວນຢ່າງໃຫຍ່ຫລວງ ໃນຕະຫລອດໄລຍະປະຫວັດສາດອັນຍາວນານຂອງຊາດ, ສ້າງເປັນສີສັນວັດທະນະທຳພື້ນເມືອງ ແລະ ສ້າງສາ, ພັດທະນາສັງຄົມ ຫວຽດນາມ.

        ດ້ວຍຖານະບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ປະທານອາຊຽນ 2020, ປະທານສະມັດຊາໃຫຍ່ລັດຖະສະພາລະຫວ່າງບັນດາປເທດ ອາຊຽນ ຄັ້ງທີ 41, ຫວຽດນາມ ໃຫ້ຄຳໝັ້ນສັນຍາໃຫ້ບຸລິມະສິດແກ່ການຊຸກຍູ້ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກຍິງໃນບັນດາກົນໄກສຳຄັນນີ້ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ເພື່ອມຸ່ງໄປເຖິງສັງຄົມມີຄວາມສະເໝີພາບຢ່າງແທ້ຈິງ ແລະ ໂລກແຫ່ງສັນຕິພາບແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ