ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເພື່ອການພັດທະນາແບບຍືນຍົງແລະຄວາມວັດທະນາຖາວອນລວມ

(VOVWORLD) -ຕອນເຊົ້າວັນທີ 18 ມັງກອນ, ວາລະປະຊຸມສະມາຊິກລັດຖະສະພາຍິງ, ເຊິ່ງແມ່ນການເຄື່ອນໄຫວທຳອິດນອນໃນຂອບເຂດກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF), ຖືກໄຂຂຶ້ນຢູ່ຮ່າໂນ້ຍ.
ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເພື່ອການພັດທະນາແບບຍືນຍົງແລະຄວາມວັດທະນາຖາວອນລວມ - ảnh 1

ດ້ວຍການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ APPF 26 ພ້ອມກັບສະມາຊິກລັດຖະສະພາບັນດາປະເທດສະມາຊິກ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽນທິກິມເງິນ ເນັ້ນໜັກວ່າ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແມ່ນຄາດໝາຍສຳຄັນເຊິ່ງຫວຽດນາມ ກໍຄືບັນດາປະເທດລ້ວນແຕ່ມຸ່ງໄປເຖິງ ແລະ ຖືນັ້ນແມ່ນໜຶ່ງໃນບັນດາມາດຕະຖານຕີລາຄາການພັດທະນາຂອງສັງຄົມ, ແມ່ນປັດໄຈຍົກສູງຄວາມສາມາດປະກອບສ່ວນຂອງແມ່ຍິງເຂົ້າໃນການພັດທະນາຂອງແຕ່ລະປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ເລື່ອງຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຍິງ ທີ່ເວທີປາໄສ APPF ໄດ້ປະກອບສ່ວນເພີ່ມທະວີການມີໜ້າ ແລະ ຜົນສະທ້ອນຂອງບັນດາສະມາຊິກລັດຖະສະພາຍິງ, ກໍ່ຄືສ້າງເຄືອຂ່າຍເຊື່ອມຕໍ່ລະຫວ່າງລັດຖະສະພາຍິງຂອງບັນດາລັດຖະສະພາສະມາຊິກນຳກັນ.

        “ໃນຄັ້ງນີ້, ສະພາແຫ່ງຊາດຫວຽດນາມ ຄັດເລືອກຫົວຂໍ້ ກອງປະຊຸມສະມາຊິກລັດຖະສະພາຍິງແມ່ນ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເພື່ອການພັດທະນາແບບຍືນຍົງແລະຄວາມວັດທະນາຖາວອນລວມ” ດ້ວຍຄວາມປາດຖະໜາຢາກສ້າງເວທີປາໄສເພື່ອໃຫ້ບັນດາສະມາຊິກລັດຖະສະພາຍິງ ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຫັນບັນດາຄຳໝັ້ນສັນຍາສາກົນໃຫ້ປະກົດຜົນເປັນຈິງ, ກໍຄືຫັນບັນດາຂໍ້ກຳນົດໃນກົດໝາຍແຫ່ງຊາດເປັນລະບອບລະບຽບການ, ພ້ອມທັງນຳກອງປະຊຸມສະມາຊິກລັດຖະສະພາຍິງ ທີ່ມີກົນໄກຍັງບໍ່ທັນເປັນທາງການ ໃຫ້ກາຍເປັນກົນໄກປະຈຳໄລຍະຂອງ APPF. ຂ້າພະເຈົ້າຫວັງວ່າ, ບັນດາຜູ້ແທນຈະຍົກອອກບັນດາຂໍ້ສະເໜີ, ຂໍ້ລິເລີມເພື່ອແນໃສ່ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ແຕ່ລະປະເທດເວົ້າສະເພາະ, ກໍ່ຄືໃນພາກພື້ນອາຊີ - ປາຊີຟິກ ເວົ້າລວມ”.

        ປຶກສາຫາລືທີ່ວາລະປະຊຸມ, ບັນດາສະມາຊິກລັດຖະສະພາໄດ້ຍົກອອກບັນດາຂໍ້ສະເໜີເພີ່ມສຽງເວົ້າຂອງແມ່ຍິງໃນຂົງເຂດຕ່າງໆ, ຄວນມອບບັນດາສິດເສລີກ່ຽວກັບເພດ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວຕື່ມອີກ… ຜູ້ຕາງໜ້າບັນດາສະມາຊິກລັດຖະສະພາຍິງຂອງບັນດາປະເທດສະມາຊິກກໍຢືນຢັນວ່າ ຈະສືບຕໍ່ແຜ່ຂະຫຍາຍຈິດໃຈສະເໝີພາບລະຫວ່າງຍິງ - ຊາຍຂອງວາລະປະຊຸມສະມາຊິກລັດຖະສະພາຍິງ ໃນຂອບເຂດ APPF 26 ຕະຫຼອດຮອດບັນດາເວທີປາໄສສຳຄັນອື່ນໆ.

        ພາຍຫຼັງສຳເລັດວາລະປະຊຸມສະມາຊິກລັດຖະສະພາຍິງ, ໃນຕອນບ່າຍວັນດຽວກັນ, ພີທີໄຂ APPF 26 ຖືກດຳເນີນໄປຢ່າງເປັນທາງການ ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ