ຊຸກຍູ້ບັນດາມາດຕະການໜູນຊ່ວຍພົນລະເມືອງ ຫວຽດນາມ ແລະ ບັນດາຄອບຄົວຖືກເຄາະຮ້າຍຈາກເຫດວາງລະເບີດຢູ່ ອີຢິບ ໂດຍໄວ

(VOVWORLD) - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ: ບັນດາອົງການເຈົ້າໜ້າທີ່ຂອງ ອີຢິບ ໄດ້ຕັ້ງໜ້າໜູນຊ່ວຍການກູ້ເອົາຊີວິດ ແລະ ປິ່ນປົວໃຫ້ບັນດາຜູ້ຖືກບາດເຈັບ,

ໃນນັ້ນ ມີ 3 ຄົນຖືກບາດເຈັບສາຫັດ ເຊິ່ງບັນດາທ່ານໝໍໄດ້ຜ່າຕັດ ແລະ ປິ່ນປົວຢ່າງຕໍ່ເນື່ອງ, ສ່ວນ 9 ຄົນອື່ນກໍ່ພວມໄດ້ຮັບການປິ່ນປົວ, ປັດຈຸບັນມີອາການດີຂຶ້ນຕາມລຳດັບ.

        ຕອນທ່ຽງວັນທີ 29 ທັນວາ 2018, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ, ຊຸກຍູ້ບັນດາມາດຕະການໜູນຊ່ວຍພົນລະເມືອງ ຫວຽດນາມ ແລະ ບັນດາຄອບຄົວຖືກເຄາະຮ້າຍໂດຍໄວ. ທ່ານເອກອັກຄະລັດຖະທູດ ອີຢິບ ໃຫ້ຮູ້ວ່າ: ການນຳຂັ້ນສູງສຸດຂອງ ອີຢິບ ໄດ້ມີຄວາມເອົາໃຈໃສ່ທີ່ສຸດໃນການແກ້ໄຂເຫດການດັ່ງກ່າວ, ນາຍົກລັດຖະມົນຕີ ອີຢິບ, ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມາຢ້ຽມຢາມບັນດາພົນລະເມືອງ ຫວຽດນາມ ທີ່ພວມຮັບການປິ່ວປົວຢູ່ ໂຮງໝໍ ແລະ ທ່ານຢືນຢັນວ່າ ຈະອອກວິຊາໃຫ້ຍາດຕິພີ່ນ້ອງບັນດາຜູ້ຖືກເຄາະຮ້າຍ ແລະ ຜູ້ຕາງໜ້າຂອງບໍລິສັດທ່ອງທ່ຽວໄປຍັງ ອີຢິບ ເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍໂດຍໄວ…ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມໃນການຮ່ວມມືຂອງລັດຖະບານ ແລະ ປະຊາຊົນ ອີຢິບ ໃນເລື່ອງໜູນຊ່ວຍບັນດາພົນລະເມືອງ ຫວຽດນາມ.

        ກະຊວງການຕ່າງປະເທດ ຫວຽດນາມ ສືບຕໍ່ຊີ້ນຳສະຖານທູດ ຫວຽດນາມ ປະຈຳ ອີຢິບ ຕິດຕາມສະພາບການຢ່າງໃກ້ຊິດ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການເຈົ້າໜ້າທີ່ປະຈຳຖິ່ນ ເພື່ອໜູນຊ່ວຍໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍໄດ້ຮັບການປິ່ນປົວດີທີ່ສຸດ ແລະ ຕອບສະໜອງບັນດາຄວາມມຸ່ງມາດປາດຖະໜາຂອງຄອບຄົວຜູ້ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ