ຊຸກຍູ້ສັນຕິພາບແລະປ້ອງກັນຄວາມສະຫງົບຢູ່ອາຊີ-ເອີລົບ

ຊຸກຍູ້ສັນຕິພາບແລະປ້ອງກັນຄວາມສະຫງົບຢູ່ອາຊີ-ເອີລົບ - ảnh 1
ທ່ານ​ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບປະກອບ)

(vovworld) - ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ເວທີ​ປາ​ໄສ​ປະຊາຊົນ ອາຊີ - ​ເອີ​ລົບ ຄັ້ງ​ທີ 10 ຈັດ​ຕັ້ງ​ຢູ່ ອີ​ຕາ​ລີ ​​ໃນ​ລະຫວ່າງ​ວັນ​ທີ 10 – 12/10, ຕອນ​ເຊົ້າ​ວັນ​ທີ 9/9, ຢູ່ ຮ່າ​ໂນ້ຍ, ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ ສົມທົບ​ກັບ​ຄະນະ​ຈັດ​ຕັ້ງ​ສາກົນ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້: “ສັນຕິພາບ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ ອາຊີ ​ແລະ ​ເອີ​ລົບ”. ນີ້​​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ ​ແລະ ບັນດາ​ນັກ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ສັນຕິພາບ​ຢູ່ 2 ທະວີບ ປຶກສາ​ຫາລື, ​ແບ່ງປັນ​ບົດຮຽນ ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ແນະ​ເຖິງ​ບັນດາ​ການ​ນຳ​ຂັ້ນ​ສູງ ອາຊີ ​ແລະ ​ເອີ​ລົບ, ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ສັນຕິ​ພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຍາມ​ໃດ​ກໍ່​ແມ່ນ​ຄວາມມຸ້ງ​ຫວັງ​ຂອງ​ປະຊາຊົນ​ທຸກ​ຄົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສົງຄາມ ​ແລະ ການ​ປະ​ທະ​ກັນ​ຍັງ​ນາບ​ຂູ່​​ເຖິງຊີວິດ​ຂອງ​ປະຊາຊົນ ​ແລະ ​ເຮັດ​ໃຫ້​ຄວາມ​ໄຝ່ຝັນ​ສັນຕິພາບ​ບໍ່​ທັນ​ປະກົດ​ຜົນ​ເປັນ​ຈິງ.

    “ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່ ຕາ​ເວັນ​ອອກ​ກາງ, ຢູ​ແກຼນ, ​ແຫຼມ ​ເກົາຫຼີ, ບັນດາ​ຄວາມ​ຂັດ​ແຍ້​ງ​ກ່ຽວ​ກັບ​ອະ​ທິປະ​ໄຕ ​​ແລະ ອຳນາດ​ສານ​ລະຫວ່າງ​ບັນດາ​ປະ​ເທດ ຢູ່ ອາຊີ - ປາຊີ​ຟິກ, ​ໄດ້​ກໍ່​​ໃຫ້​ເກີດ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ຄຽງ​ຄູ່​ກັນນັ້ນ, ບັນດາ​ການຊ່ວງ​ເສັງປະກອບ​ອາວຸດ​ນິວ​ເຄຍ, ຫັນ​ເປັນ​ການ​ທະຫານ, ລັດທິ​ກໍ່​ການ​ຮ້າຍ ​ແລະ ບັນດາ​ການ​ນາບ​ຂູ່​ຈາກ​ອາ​ດຊະ​ຍາ​ກຳ​ແບບ​ໃໝ່ ລ້ວນ​ແຕ່​ສົ່ງ​ຜົນກະທົບ​​ໂດຍ​ກົງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”

    ທີ່​ກອງ​ປະຊຸມ​ສຳມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ສັນຕິພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ ອາຊີ - ​ເອີ​ລົບ ​ໃນ​ປີ 2013 ​ແລະ ຊຸມ​ເດືອນ​ຕົ້ນ​ປີ 2014, ​ແບ່ງປັນ​ບົດຮຽນ​ເພື່ອ​ແນ​ໃສ່​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ, ຊອກ​ຫາ​ບັນດາ​ມາດ​ຕະການ​ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ແລະ ຄວາມ​ສາມັກ​ຕີ​ລະຫວ່າງ ປະຊາຊົນ ອາຊີ ​ແລະ ​ເອີ​ລົບ​. ກອງ​ປະຊຸມ​ສຳ​ມະ​ນາ​​ດຳ​ເນີນ​​ໄປຮອດ​ວັນ​ທີ 10/9.


ຂ່າວ/ບົດ​ອື່ນ