ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ ຫວຽດ​ນາມ - ໄທ ໃຫ້​ນັບ​ມື້​ນັບ​ແທດ​ຈິງ

(VOVWORLD) -ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບໂດຍຖືວ່າ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃຫ້ນັບມື້ນັບແທດຈິງ, ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາກົນໄກຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວ. ສອງຝ່າຍສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງກັນລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 25 ຕື້ USD ຕາມທິດສະໝ່ຳສະເໝີ ແລະ ເພີ່ມປະສິດທິຜົນການລົງທຶນ ໂດຍໄວ.
ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ ຫວຽດ​ນາມ - ໄທ ໃຫ້​ນັບ​ມື້​ນັບ​ແທດ​ຈິງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຈລະຈາທາງໄກກັບທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ (ພາບ: VOV)

ຕອນບ່າຍວັນທີ 30 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການເຈລະຈາທາງໄກກັບທ່ານປະທານສະພາແຫ່ງຊາດ ໄທ ຊວນ ລີກໄພ.

       ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ ໄທ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນການປະຕິບັດບົດບາດ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນໄລຍະ 6 ເດືອນທ້າຍປີ 2021; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ພ້ອມກັບ ຫວຽດນາມ ຊຸກຍູ້ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ.

ນະທີ່ນີ້, ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບໂດຍຖືວ່າ ເພື່ອສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃຫ້ນັບມື້ນັບແທດຈິງ, ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາກົນໄກຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວ. ສອງຝ່າຍສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງກັນລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 25 ຕື້ USD ຕາມທິດສະໝ່ຳສະເໝີ ແລະ ເພີ່ມປະສິດທິຜົນການລົງທຶນ ໂດຍໄວ.

ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ ຫວຽດ​ນາມ - ໄທ ໃຫ້​ນັບ​ມື້​ນັບ​ແທດ​ຈິງ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ຊວນ ລີກໄພ ກໍສະໜັບສະໜູນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ກ່ຽວກັບການພົວພັນຫຼາຍຝ່າຍ, ໃນນັ້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນ. ທ່ານປະທານສະພາແຫ່ງຊາດ ໄທ ຊີ້ແຈ້ງວ່າ ໂດຍເປັນສອງປະເທດບ້ານໃກ້ເຮືອນຄຽງ, ໄທ ແລະ ຫວຽດນາມ ຈະສືບຕໍ່ຊຸກຍູ້ການຮ່ວມມືການຄ້າ, ມານະພະຍາຍາມຫຼຸດຜ່ອນສິ່ງກີດຂວາງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ