ຊຸດຍູ້ການຮ່ວມມືສະພາແຫ່ງຊາດຫວຽດນາມແລະລັດຖະສະພາໄອແລນ

ຊຸດຍູ້ການຮ່ວມມືສະພາແຫ່ງຊາດຫວຽດນາມແລະລັດຖະສະພາໄອແລນ - ảnh 1
(ທ່ານ ຫງວຽນຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ​ຕ້ອນຮັບ​ທ່ານ​
ປະທານາທິບໍດີ ປະ​ເທດ ສ.​ໄອ​ແລນ Olaful Ragnar Grimsson)

(vovworld) –  ຕອນ​ບ່າຍ​ວັນ​ທີ 4/11, ຢູ່ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ ທ່ານ ຫງວຽນຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ປະ​ເທດ ສ.​ໄອ​ແລນ Olaful Ragnar Grimsson. ທ່ານ​ປະທານາທິບໍດີ ປະ​ເທດ ສ.​ໄອ​ແລນ Olaful Ragnar Grimsson ​ຢືນຢັນ​ວ່າ​: ການ​ມາ​ຢ້ຽ​ມຢາມ​ຂອງ​ຄະນະ​ຜູ້​ແທນ ​ໄອ​ແລນ ​ໃນ​ຄັ້ງ​ນີ້ ຈະ​ສ້າງ​​ບັນດາ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ 2 ປະ​ເທດ. ​ໄອ​ແລນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ກັບ ຫວຽດນາມ ​ໃນ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ພະລັງງານ​ສະອາດ ​ແລະ ​ເຕັກ​ໂນ​ໂລຢີຂໍ້​ມູນ​ຂ່າວສານ. ການ​ຮ່ວມ​ມື 2 ຝ່າຍ​ສ້າງ​​ຮູບ​ແບບ​ໃຫ້​ແກ່​ຮ່ວມ​ມື​ໃນ​ທົ່ວ​ໂລກ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ: ດ້ວຍ​ບັນດາ​ທ່າ​ແຮງ​ຂອງ​ຕົນ ​ໄອ​ແລນ, ສືບ​ຕໍ່​ໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນ​ກັບ ຫວຽດນາມ ​ໃນ​ຂົງ​ເຂດການ​ຮັບ​ມື​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ. ​ໃນ​ການ​ຮ່ວມ​ມືລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລັດຖະສະພາ ​ໄອ​ແລນ, ການ​ນຳ 2 ທ່ານ​ກໍ​ເຫັນ​ດີ​ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ; ສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ 2 ຝ່າຍ.

ຂ່າວ/ບົດ​ອື່ນ