ຊຸມວັນເອີລົບ2017ຢູ່ຫວຽດນາມດ້ວຍການເຄື່ອນໄຫວວັດທະນະທຳສິລະປະຫລາຍຢ່າງທີ່ດູດດື່ມ

(VOVWORLD) -ແຕ່ວັນທີ6-25/5, ຢູ່ ນະຄອນ ໂຮ່ຈິມີນ, ຮ່າໂນ້ຍ, ເຫ້ວ, ດາຫນັງ ຈະດຳເນີນລາຍການ “ຊຸມວັນເອີລົບ 2017” ດ້ວຍການເຄື່ອນໄຫວວັດທະນະທຳ ສິລະປະ,ຮູບເງົາຫລາຍຢ່າງທີ່ອຸດົມສົມບູນ ແລະ ດູດດື່ມ
ຊຸມວັນເອີລົບ2017ຢູ່ຫວຽດນາມດ້ວຍການເຄື່ອນໄຫວວັດທະນະທຳສິລະປະຫລາຍຢ່າງທີ່ດູດດື່ມ - ảnh 1  Bruno Angelet -ຫົວຫນ້າຄະນະຜູ້ຕາງຫນ້າສະຫະພາບເອີລົບປະຈຳຫວຽດນາມ

. ທີ່ການປະຊຸມຂ່າວດຳເນີນໃນວັນທີ 5/5 ໄດ້ແນະນຳ  “ຊຸມວັນເອີລົບ 2017” ຢູ່ຫວຽດນາມ, ທ່ານນາງDelphine Marlard, ທີ່ປຶກສາທີຫນຶ່ງຂອງຄະນະຜູ້ຕາງຫນ້າສະຫະພາບເອີລົບ ໄດ້ແບ່ງປັນວ່າ: ລາຍການແມ່ນຂົວຕໍ່ແລກປ່ຽນລະຫວ່າງບັນດາພື້ນຖານວັດທະນະທຳ, ໃນນັ້ນ ມີການພົວພັນດ້ານວັດທະນະທຳຫວຽດນາມ ກັບບັນດາປະເທດ ເອີລົບ. ເຫດການນີ້ກໍ່ມຸ່ງໄປສູ່ການສະເຫລີມສະຫລອງ ວັນເອີລົບ 9/5. ຈຸດພົ້ນເດັ່ນຂອງເຫດການໃນປີນີ້ ແມ່ນງານມະໂຫລານຮູບເງົາ ເອີລົບ ຈະດຳເນີນໄປແຕ່ວັນທີ 13-25/5 ດ້ວຍການສາຍຮູບເງົາ 13ເລື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ