ຊົມເຊີຍທ່ານ Hassan Rouhani ຮັບດຳລົງຕຳແໜ່ງເປັນປະທານາທິບໍດີປະເທດສ.ອິດສະລາມອີຣານຄືນໃໝ່

(VOVWORLD) -ວັນທີ 24 ພຶດສະພາ, ຕໍ່ໜ້າເລື່ອງທ່ານ Hassan Rouhani ໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີປະເທດສ.ອິດສະລາມ ອີຣານ ຄືນໃໝ່, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທຸຮັ່ງ ຊີ້ແຈ້ງວ່າ: 

ຊົມເຊີຍທ່ານ Hassan Rouhani ຮັບດຳລົງຕຳແໜ່ງເປັນປະທານາທິບໍດີປະເທດສ.ອິດສະລາມອີຣານຄືນໃໝ່ - ảnh 1 ທ່ານປະທານາທິບໍດີ Hassan Rouhani 

(ພາບອີນເຕີແນັດ)

“ຫວຽດນາມ ຊົມເຊີຍທ່ານ Hassan Rouhani ໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີປະເທດສ.ອິດສະລາມ ອີຣານ ຄືນໃໝ່ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ອີຣານ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ທີ່ໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສັນຕິພາບ ແລະ ພັດທະນາ. ພວກຂ້າພະເຈົ້າຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານປະທານາທິບໍດີ Hassan Rouhani ໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ຫວັງວ່າ ການພົວພັນຮ່ວມມືມິດຕະພາບຫຼາຍດ້ານລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ