ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່: ຈັດຕັ້ງງານບຸນໜັງສືພິມລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -   ຕອນເຊົ້າວັນທີ 5 ກຸມພາ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງແຂວງ ເຮົ້າຢາງ ໄດ້ຈັດງານບຸນໜັງສືພິມລະດູບານໃໝ່, ງານວາງສະແດງພາບຖ່າຍລະດູບານໃໝ່ປີມະໂລງ 2024.
ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່: ຈັດຕັ້ງງານບຸນໜັງສືພິມລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ - ảnh 1ພິທີໄຂງານວາງສະແດງໜັງສືພິມລະດູບານໃໝ່ ແລະ ງານວາງສະແດງວິຈິດສິນ ປີ 2024
(ພາບ: TTXVN)

ຕອນເຊົ້າວັນທີ 5 ກຸມພາ, ຢູ່ຫໍສະໝຸດແຂວງ ນິງບິ່ງ, ພະແນກວັດທະນະທຳ ແລະ ກິລາ ໄດ້ສົມທົບກັບສະມາຄົມນັກຂ່າວແຂວງ ນິງບິ່ງ ໄດ້ຈັດພິທີໄຂງານວາງສະແດງໜັງສືພິມລະດູບານໃໝ່ ແລະ ງານວາງສະແດງວິຈິດສິນ ປີ 2024. ຄະນະຈັດຕັ້ງໄດ້ອັບແດດໜັງສືພິມບຸນເຕັດກ່ວາ 210 ສະບັບເພື່ອຮັບໃຊ້ຜູ້ອ່ານ. ເຫດການຈັດຂຶ້ນຮອດວັນທີ 24 ກຸມພາ 2024 ຈຶ່ງຈະອັດລົງ.

        ຕອນເຊົ້າວັນທີ 5 ກຸມພາ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງແຂວງ ເຮົ້າຢາງ ໄດ້ຈັດງານບຸນໜັງສືພິມລະດູບານໃໝ່, ງານວາງສະແດງພາບຖ່າຍລະດູບານໃໝ່ປີມະໂລງ 2024. ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 5 – 19 ກຸມພາ 2024, ເຫດການໄດ້ແນະນຳບັນດາສິ່ງພິມຂອງບັນດາອົງການສື່ມວນຊົນຂັ້ນສູນກາງ ແລະ ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະມາຄົມນັກຂ່າວແຂວງ ດັກລັກ ໄດ້ສົມທົບກັບພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫໍສະໝຸດແຂວງຈັດພິທີໄຂງານບຸນໜັງສືພິມລະດູບານໃໝ່ປີມະໂລງ 2024. ບັນດາຜະລິດຕະພັນສື່ມວນຊົນ ທີ່ໄດ້ນຳມາວາງສະແດງ ແມ່ນຮູບພາບທີ່ມີຊີວິດຊີວາກ່ຽວກັບຊີວິດການເມືອງ, ເສດຖະກິດ, ວັດທະນະທຳ, ຜົນງານການອອກແຮງງານ, ຜະລິດ, ມຸ່ງໄປເຖິງອະນາຄົດອັນດີງາມຂອງປະເທດຊາດ. ເຫດການໄດ້ຈັດຂຶ້ນຢູ່ຫໍສະໝຸດ ດັກລັກ ແຕ່ວັນທີ 5 – 14 ກຸມພາ 2024.

ຕອບກັບ

ຂ່າວ/ບົດ​ອື່ນ