ຊີຣີ: 2.000 ຄົນໄດ້ຍົກຍ້າຍອອກຈາກນະຄອນ Harasta ໃນຄັ້ງທຳອິດ

(VOVWORLD) - ທະຫານແຕກທັບ 600 ຄົນ, ສ່ວນຍັງເຫຼືອແມ່ນບັນດາສະມາຊິກໃນຄອບຄົວເຂົາເຈົ້າ.

ຊີຣີ: 2.000 ຄົນໄດ້ຍົກຍ້າຍອອກຈາກນະຄອນ Harasta ໃນຄັ້ງທຳອິດ - ảnh 1 ປະຊາຊົນໄດ້ຍົກຍ້າຍອອກຈາກ Ghouta ຕາເວັນອອກ ໃນວັນທີ 16 ມີນາ

(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

ແຫຼ່ງຂ່າວດ້ານການທະຫານ ຊີຣີ ໃຫ້ຮູ້ເມື່ອວັນທີ 22 ມີນາວ່າ: ມີປະມານ 2.000 ຄົນຈະໄດ້ຍົກຍ້າຍອອກຈາກນະຄອນ Harasta, ຂຶ້ນກັບເຂດ Ghouta ຕາເວັນອອກ, ເຂດຊານນະຄອນທາງທິດຕາເວັນອອກນະຄອນຫຼວງ Damascus ເຊິ່ງປະຈຸບັນພວມຖືກກຳລັງລຸກຮື້ຂຶ້ນຢຶດຄອງ. ນີ້ກໍ່ໄດ້ຮັບຖືວ່າແມ່ນກຳແພງສຸດທ້າຍຂອງກຳລັງຝ່າຍຄ້ານ - ກຸ່ມ Ahrar al- sham.

        ໄດ້ຮັບການຍົກຍ້າຍໃນຄັ້ງນີ້ເຊິ່ງລວມມີ: ທະຫານແຕກທັບ 600 ຄົນ, ສ່ວນຍັງເຫຼືອແມ່ນບັນດາສະມາຊິກໃນຄອບຄົວເຂົາເຈົ້າ. ປະຈຸບັນ, ມີລົດເມປະມານ 40 ຄັນໄດ້ກຽມພ້ອມເພື່ອຂົນສົ່ງບັນດາມືປືນ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າອອກຈາກ Harasta ເພື່ອໄປເຖິງບັນດາເຂດຢູ່ພາກເໜືອ ຊີຣີ ໂດຍກຳລັງລຸກຮື້ຂຶ້ນຢຶດຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ