ຊອກຈັງ ຊຸມໃສ່ວຽກງານ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນເຜົ່າສ່ວນໜ້ອຍ

ຊອກຈັງ ຊຸມໃສ່ວຽກງານ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນເຜົ່າສ່ວນໜ້ອຍ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຊອກ​ຈັງ)


(vovworld) –  ຕອນ​ບ່າຍ​ວັນ​ທີ 20/06, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຊອກ​ຈັງ ກ່ຽວ​ກັບ​ສະພາບ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ຊອກ​ຈັງ ​ແມ່ນ​ແຂວງ​ທີ່​ມີ​ຊາວ​ຊົນ​ເຜົ່າ ​ຂະ​ແມ ຫຼາຍ​ກວ່າ​ໝູ່​ຢູ່​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອ​ງ, ມີ​ເນື້ອ​ທີ​ກວ້າງ​ສົມຄວນ. ​ໃນ​ໄລຍະ​ຜ່ານ​ມາ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ໃນ​ແຂວງ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າ​ງ ​ເພື່ອ​ພັດທະນາ​ຢ່າງຮອບ​ດ້ານ ກ່ຽວ​ກັບ​ໂຄງ​ປະກອບ​ເສດຖະກິດ, ລາຍ​ຮັບ​ສະ​ເລ່ຍ​ໄສ່ຫົວ​ຄົນ, ປັບປຸງ​ລະບົບ​ຄົມ​ນະ​ນາ​ຄົມ​ທາງບົກ… ​ແຕ່​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ, ຜະລິດ​ຕະພັນ​ກະ​ເສດບາງ​ປະ​ເພດທີ່​ມີ​ທ່າ​ແຮງຄື: ​ເຂົ້າ, ກຸ້ງພັດທະນາ​ບໍ່​ທັນ​ໝັ້ນຄົງ​ເທື່ອ. ​ເພື່ອ​ແກ້​ໄຂ​ສິ່ງ​ຈຳກັດ​ດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ສະ​ເໜີ​ໃຫ້​ແຂວງ​ຊອກ​ຈັງ ສຸມ​ໃສ່​ຊີ້​ນຳ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເພື່ອ​ມີ​ສະມັດ​ຕະພາບ​ສູງ​ກວ່າ, ມີ​ປະສິດທິ​ຜົນ​ສູງ​ກວ່າ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ນຳ​ເອົາວິທະຍາສາດ​, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ລ້ຽງສັດ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃສ່​​ໃຈ​ແຂວງ​ຄວນ​ມີ​ນະ​ໂຍບາຍ​​ເໝາະສົມ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ​ເຂົ້າ​ລົງທຶນ, ​ເຄື່ອນ​ໄຫວ​ຢູ່​ເຂດ​ຊົນນະບົດ​ເພື່ອ​ປະກອບສ່ວນ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດຢູ່​ເຂດ​ນີ້, ​ແກ້​ໄຂ​ວຽກ​ເຮັດ​ງາ​ນທຳ​ໃຫ້​ຊາວ​ກະສິກອນ. ສືບ​ຕໍ່​ພັດທະນາ​ອຸດສາຫະກຳ, ຜະລິດ​ປຸ້ງ​ແຕ່ງ​ສຳລັບ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ.

ຂ່າວ/ບົດ​ອື່ນ