ຊອກ​ຈັງ: ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ ປີ 2024

(VOVWORLD) - ທ່ານນາງ ຮິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາກາແດງ ແຂວງ ສືບຕໍ່ຮ່ວມເດີນທາງກັບອຳນາດການປົກຄອງ ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໃນການດຳລົງຊີວິດ, ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍປະຊາຄົມ
ຊອກ​ຈັງ: ປຸກ​ລະ​ດົມ​ເດືອນ​ມະ​ນຸດ​ສະ​ທຳ ປີ 2024 - ảnh 1ທ່ານນາງ ຮ່ິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ກ່າວຄຳເຫັນພິທີ (ພາບ: TTXVN)

ຕອນເຊົ້າວັນທີ 5 ພຶດສະພາ, ສະພາກາແດງແຂວງ ຊອກຈັງ ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ວິວັດທະນາການ ມະນຸດສະທຳ - ມອບຮັບຄວາມຮັກແພງ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ 08/05.

ທີ່ພິທີປຸກລະດົມ, ທ່ານນາງ ຮ່ິ່ງທິຢ້ຽມງອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຊອກຈັງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາກາແດງ ແຂວງ ສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ ກັບອຳນາດການປົກຄອງ ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໃນການດຳລົງຊີວິດ, ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍປະຊາຄົມ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ປະກອບສ່ວນປະຕິບັດສະຫວັດດີການສັງຄົມຂອງແຂວງ ໃຫ້ເປັນຢ່າງດີ.

ທີ່ພິທີປຸກລະດົມ, ຄະນະຈັດຕັ້ງ ແລະ ບັນດາຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນ ໄດ້ມອບຂອງຂວັນເປັນຈຳນວນຫຼາຍໃຫ້ແກ່ຄອບຄົວທຸກຍາກ, ຜູ້ຖືກຕິດທາດພິດສີສົ້ມ ແລະ ສະໜອງທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ