ຊອກຫາມາດຕະການຊຸກຍູ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ການຜະລິດອັດສະລິຍະຂອງ ຫວຽດນາມ

(VOVWORLD) - ຊອກຫາ ແລະ ເຊີດຊູບັນດາມາດຕະການຍົກສູງຄຸນນະພາບຂັ້ນຕອນການອອກແບບ, ຫຸ້ມຫໍ່, ທົດລອງໃນລະບົບມູນຄ່າຂະແໜງເຄິ່ງຊັກນຳໄຟຟ້າ, ບູລິມະສິດການໝູນໃຊ້ຂົງເຂດປັນຍາປະດິດ; ຊອກຫາ ແລະ ເຊີດຊູບັນດາມາດຕະການໝູນໃຊ້ເຕັກໂນໂລຊີປັນຍາປະດິດຮັບໃຊ້ໃຫ້ແກ່ການສ້າງ, ພັດທະນາວິສາຫະກິດ...
ຊອກຫາມາດຕະການຊຸກຍູ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ການຜະລິດອັດສະລິຍະຂອງ ຫວຽດນາມ - ảnh 1ການປະກາດໂຄງການສິ່ງທ້າທາຍຂອງນະວັດຕະກຳ ຫວຽດນາມ ປີ 2024

ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປະກາດໂຄງການສິ່ງທ້າທາຍຂອງນະວັດຕະກຳ ຫວຽດນາມ ປີ 2024. ໂຄງການນີ້ມຸ່ງໄປເຖິງ 02 ເປົ້າໝາຍ: ຊອກຫາ ແລະ ເຊີດຊູບັນດາມາດຕະການຍົກສູງຄຸນນະພາບຂັ້ນຕອນການອອກແບບ, ຫຸ້ມຫໍ່, ທົດລອງໃນລະບົບມູນຄ່າຂະແໜງເຄິ່ງຊັກນຳໄຟຟ້າ, ບູລິມະສິດການໝູນໃຊ້ຂົງເຂດປັນຍາປະດິດ; ຊອກຫາ ແລະ ເຊີດຊູບັນດາມາດຕະການໝູນໃຊ້ເຕັກໂນໂລຊີປັນຍາປະດິດຮັບໃຊ້ໃຫ້ແກ່ການສ້າງ, ພັດທະນາວິສາຫະກິດ, ເພີ່ມກຳລັງການຜະລິດ. ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຢັ້ງຢືນວ່າ:

        “ໃນຂະແໜງເຄິ່ງຊັກນຳໄຟຟ້າ, ປະຈຸບັນ, ພວກເຮົາກໍ່ມີບັນດາທ່າໄດ້ປຽບ, ຄື: ດຶງດູດບັນດາວິສາຫະກິດຕ່າງປະເທດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໄຟຟ້າເອເລັກໂຕນິກ ມາຕັ້ງພື້ນຖານຢູ່ ຫວຽດນາມ. ປັນຍາປະດິດ (AI) ແມ່ນໜຶ່ງບັນດາຂົງເຂດພື້ນຖານຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຄາດຄະເນຈະປະກອບຈຳນວນເງິນນັບຕື້ໂດລາສະຫະລັດເຂົ້າເສດຖະກິດທົ່ວໂລກ, ຫວຽດນາມ ໄດ້ມີບັນດາບາດກ້າວຢ່າງເຂັ້ມແຂງໃນການເຂົ້າຮ່ວມຊຸກຍູ້ໝູນໃຊ້ການຄົ້ນຄ້ວາ, ພັດທະນາແຫຼ່ງກຳລັງໃຫ້ແກ່ AI ແລະ ກຳແໜ້ນບາງເຕັກໂນໂລຊີພື້ນຖານຕາມຂັ້ນຕອນການພັດທະນາ. ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດ ກ່ຽວກັບການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ປັນຍາປະດິດຮອດປີ 2030”.

ຕອບກັບ

ຂ່າວ/ບົດ​ອື່ນ