ຊະອຸດີ ອາຣາເບຍ ຍັງບໍ່ທັນເຂົ້າເປັນສະມາຊິກ BRICS ຢ່າງເປັນທາງການ

(VOVWORLD) - ນີ້ແມ່ນຄຳຢັ້ງຢືນທຳອິດຂອງວົງການເຈົ້າໜ້າທີ່ ຊະອຸດີ ອາຣາເບຍ ພາຍຫຼັງບັນດາແຫຼ່ງຂ່າວທີ່ວ່າ ປະເທດນີ້ ໄດ້ເຂົ້າເປັນສະມາຊິກ BRICS ແຕ່ວັນທີ 01 ມັງກອນ.
ຊະອຸດີ ອາຣາເບຍ ຍັງບໍ່ທັນເຂົ້າເປັນສະມາຊິກ BRICS ຢ່າງເປັນທາງການ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 16 ມັງກອນ, ທີ່ກອງປະຊຸມສຳມະນາຂອງເວທີແສເສດຖະກິດໂລກ ຢູ່ Davos, ປະເທດ ສະວິດ, ທ່ານລັດຖະມົນຕີກະຊວງການຄ້າ ຊະອຸດີ ອາຣາເບຍ ໄດ້ແຈ້ງໃຫ້ຊາບໂດຍບັງເອີນວ່າ, ປະເທດນີ້ຍັງບໍ່ທັນເຂົ້າເປັນສະມາຊິກກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ - BRICS, ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ຢ່າງເປັນທາງການ.

        ນີ້ແມ່ນຄຳຢັ້ງຢືນທຳອິດຂອງວົງການເຈົ້າໜ້າທີ່ ຊະອຸດີ ອາຣາເບຍ ພາຍຫຼັງບັນດາແຫຼ່ງຂ່າວທີ່ວ່າ ປະເທດນີ້ ພ້ອມກັບ 4 ປະເທດອື່ນ, ແມ່ນ: ສະຫະລັດອາຣັບ ເອມມີເລດ (UAE), ອີຢິບ, ອີຣານ ແລະ ເອທີໂອປີ ໄດ້ເຂົ້າເປັນສະມາຊິກ BRICS ແຕ່ວັນທີ 01 ມັງກອນ. ທ່ານລັດຖະມົນຕີ ຊະອຸດີ ອາຣາເບຍ ຢືນຢັນວ່າ, ປະເທດນີ້ໄດ້ຮັນຄຳເຊື້ອເຊີນເຂົ້າເປັນສະມາຊິກກຸ່ມ BRICS, ແຕ່ມາຮອດປະຈຸບັນຍັງບໍ່ທັນເຂົ້າເປັນສະມາຊິກຢ່າງເປັນທາງການ. ປະຈຸບັນ, ຊະອຸດີ ອາຣາເບຍ ພວມພິຈາລະນາເຂົ້າເປັນສະມາຊິກກຸ່ມ BRICS, ເພື່ອສ້າງຄວາມດຸ່ນດ່ຽງໃນການພົວພັນຂອງປະເທດນີ້ກັບບັນດາປະເທດມະຫາອຳນາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ