ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສາ​ມັກ​ຄີ​ສ້າງ​ສາ​ປະ​ເທດ​ຊາດ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ

(VOVWORLD) - ານເຄື່ອນໄຫວຂອງສະມາຄົມໃຫຍ່ ບໍ່ພຽງແຕ່ຊ່ວຍຍົກສູງທີ່ຕັ້ງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. 
ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສາ​ມັກ​ຄີ​ສ້າງ​ສາ​ປະ​ເທດ​ຊາດ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ - ảnh 1   ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ (ພາບ: VOV-Vientiane)

ຕອນເຊົ້າວັນທີ 14 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ສະມາຄົມໃຫຍ່ ຫວຽດນາມ ອາໄສຢູ່ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຄົບຮອບ 15 ປີ. ນີ້ແມ່ນອົງການຜູ້ຕາງໜ້າສູງສຸດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ແລະ ແມ່ນອົງການສະຫະພັນບັນດາແຂວງ, ນະຄອນສະມາຄົມຊາວ ຫວຽດນາມ ໃນທົ່ວປະເທດລາວ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະມາຄົມໃຫຍ່ ຫວຽດນາມ ອາໄສຢູ່ລາວ ຟ້າມວັນຮຸ່ງ ໄດ້ແນະນຳໂດຍສັງເຂບການພັດທະນາຂອງສະມາຄົມໃນຕະຫຼອດ 15 ຜ່ານມາ ແລະ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະມາຄົມໃຫຍ່ ຈະສືບຕໍ່ອັບເດັດແນວທາງນະໂຍບາຍລວມ ແລະ ແຜນການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ເພື່ອເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມຢ່າງທັນການ; ເພີ່ມທະວີການປົວແປງບັນດາການເຄື່ອນໄຫວຂອງສະມາຄົມໃຫ້ສອດຄ່ອງກັບສະພາບການໃໝ່, ຕາມທິດພັດທະນາເສດຖະກິດ - ສັງຄົມຂອງ ລາວ, ກໍຄືການພັດທະນາການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ຢັ້ງຢືນວ່າ ການເຄື່ອນໄຫວຂອງສະມາຄົມໃຫຍ່ ບໍ່ພຽງແຕ່ຊ່ວຍຍົກສູງທີ່ຕັ້ງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ