ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) -ວັນທີ 29 ມິຖຸນາ, ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບເກືອບ 200 ສະຖານທີ່ຖ່າຍທອດສົດຢູ່ພາຍໃນປະເທດ ແລະ ຕ່າງປະເທດ. 
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່ (ພາບ: TTXVN)

  ກອງປະຊຸມດັ່ງກ່າວ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບຄວາມຮັບຮູ້ ແລະ ການກະທຳລະຫວ່າງບັນດາອົງການ, ສຳນັກງານທີ່ເຂົ້າຮ່ວມໂດຍກົງໃນວຽກງານດັ່ງກ່າວ, ຍົກສູງຄວາມໝາຍ, ຄວາມສຳຄັນ ແລະ ບົດບາດຂອງວຽກງານນີ້; ຮັບປະກັນໃຫ້ບັນດາສຳນັກງານ, ອົງການຈັດຕັ້ງກຳແໜ້ນແຜນນະໂຍບາຍ, ໜ້າທີ່, ມາດຕະການເພື່ອຈັດຕັ້ງປະຕິບັດວຽກງານຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດໃນສະພາບການໃໝ່ຢ່າງມີປະສິດທິຜົນ.

        ທີ່ກອງປະຊຸມ, ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຊີ້ແຈ້ງວ່າ: ບົດສະຫຼຸບສະບັບເລກທີ 12 ຂອງກົມການເມືອງ ແລະ ມະຕິເລກທີ 169 ຂອງ ລັດຖະບານກ່ຽວກັບວຽກງານຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ໄລຍະ 2010 – 2026 ແມ່ນມີຄວາມໝາຍ ນີ້ເປັນຄັ້ງທຳອິດທີ່ແຜນນະໂຍບາຍເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກຢ່າງແຮງດ້ວຍລາຍລັກອັກສອນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ທີ່ມີຕໍ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບົດບາດ ເປັນ “ພາກສ່ວນທີ່ບໍ່ອາດຕັດແຍກອອກຈາກ” ຊາດ ຫວຽດນາມ ໄດ້.

        ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໃກ້ຊິດຕິດແທດກັບໜ້າທີ່ຕ່າງໆທີ່ໄດ້ຍົກອອກໃນເອກະສານຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.  

ຕອບກັບ

ຂ່າວ/ບົດ​ອື່ນ