ຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຈັດບຸນເຕັດປະຊາຄົມຊົມເຊີຍລະດູບານໃໝ່ປີມະໂລງ 2024

(VOVWORLD) - ທ່ານ ຟານຈິແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ແບ່ງປັນກັບພໍ່ແມ່ປະຊາຊົນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນປີຜ່ານມາໃນທຸກຂົງເຂດ
ຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຈັດບຸນເຕັດປະຊາຄົມຊົມເຊີຍລະດູບານໃໝ່ປີມະໂລງ 2024 - ảnh 1(ທີ່ລາຍການພົບປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ ກຳປູເຈຍ)

ຕອນຄ່ຳວັນທີ 30 ມັງກອນ, ສະຖານກົງສູງໃຫຍ່ ຫວຽດນາມ ປະຈຳແຂວງ Battambang  ແລະ Preah Sihanouk, ລາຊະອານາຈັກ ກຳປູເຈຍ ໄດ້ຈັດລາຍການພົບປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”, ນຳລະດູບານໃໝ່ມາສູ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ທຳມາຫາກິນ, ເຮັດວຽກຢູ່ທາງທິດຕາເວັນຕົກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ກຳປູເຈຍ. ໂດຍຕາງໜ້າໃຫ້ພະນັກງານ, ພາລະກອນສະຖານກົງສູນທັງໝົດ, ທ່ານ ລ້າຍຊວັນຈຽນ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ 6 ແຂວງ ປະຈຳ ກຳປູເຈຍ ໄດ້ສົ່ງຄຳອວຍພອນເຖິງພໍ່ແມ່ປະຊາຊົນປີໃໝ່ຈົ່ງມີຄວາມຜາສຸກ, ສັນຕິພາບ, ຢູ່ດີມີແຮງ, ວັດທະນາຖາວອນ. ຕາມທ່ານ ລ້າຍຊວັນຈຽນ ແລ້ວ, ໃນປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ສືບຕໍ່ໄດ້ຮັບການຊຸກຍູ້ໃນທຸກຂົງເຂດ, ການເຄື່ອນໄຫວຂອງຄະນະບໍລິຫານງານບັນດາແຂວງສະມາຄົມ ຂະແມ - ຫວຽດນາມ, ກໍຄືບັນດາວິສາຫະກິດຂອງ ຫວຽດນາມ ແລະ ກຳປູເຈຍ ເຊື້ອຊາດ ຫວຽດນາມ ໃນບໍລິເວນກໍ່ບັນລຸປະສິດທິຜົນສູງ.

ຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດຈັດບຸນເຕັດປະຊາຄົມຊົມເຊີຍລະດູບານໃໝ່ປີມະໂລງ 2024 - ảnh 2(ພໍ່ແມ່ປະຊາຊົນຊາວ ຫວຽດນາມ ປະຈຳໄທ ເຂົ້າຮ່ວມລາຍການ)

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ສະຖານທູດ ຫວຽດນາມ ປະຈຳ ໄທ ກໍ່ໄດ້ຈັດລາຍການບຸນເຕັດປະຊາຄົມຊົມເຊີຍລະດູບານໃໝ່ປີມະໂລງ 2024, ໃນບໍລິເວນຂອງສະຖານທູດ. ເຂົ້າຮ່ວມລາຍການມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ປະຈຳໄທ ເກືອບ 300 ຄົນ, ເປັນຜູ້ຕາງໜ້າໃຫ້ບັນດາສະມາຄົມຊາວ ຫວຽດນາມ ປະຈຳ ໄທ, ພ້ອມກັບພໍ່ແມ່ປະຊາຊົນ, ນັກສຶກສາ, ຜູ້ອອກແຮງງານ ພວມຮ່ຳຮຽນ ແລະ ເຮັດວຽກຢູ່ ໄທ. ກ່າວຄຳເຫັນທີ່ລາຍການ, ທ່ານ ຟານຈິແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ແບ່ງປັນກັບພໍ່ແມ່ປະຊາຊົນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນປີຜ່ານມາໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ - ການທູດ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ປະຈຳ ໄທ ໃນການພັດທະນາສາຍພົວພັນ ຫວຽດນາມ - ໄທ. ກ່າວຄຳເຫັນທີ່ລາຍການ, ທ່ານ ນິງວຽດທົງ, ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ບາງກອກ, ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບລັດຖະທຳມະນູນປີ 2013, ໃນມາດຕາ 18 ໄດ້ກຳນົດແຈ້ງວ່າ ຊາວ ຫວຽດນາມ ດຳລົງຊີວິດຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ນີ້ແມ່ນຄວາມເອກອ້າງທະນົງໃຈທີ່ສຸດສຳລັບພວກຂ້າພະເຈົ້າ”.

ໃນວັນທີ 30 ມັງກອນ, ຢູ່ນະຄອນຫຼວງ Maputo, ປະເທດ ໂມຊຳບິກ, ໄດ້ຈັດງານບຸນຕ້ອນຮັບລະດູບານໃໝ່ປີມະໂລງ ຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ທີ່ນີ້, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ, ຕາງໜ້າໃຫ້ບັນດາວິສາຫະກິດ, ນັກຊ່ຽວຊານດ້ານການແພດ ພ້ອມກັບຊາວ ຫວຽດນາມ ຫຼາຍຄົນທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ປະເທດນີ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ