ຊາວ​ ​ເຜົ່​າຂະ​ແມ​ຢູ່ນະ​ຄອນ​ໂຮ່​ຈີ​ມິນຕ້​ອນ​ຮັບ​ບຸນ​ປີ​ໃໝ່​ໃນ​ຊ່ວງເວ​ລາ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ບຸນປີໃໝ່ Chôl Chnăm Thmây ຂອງຊາວເຜົ່າຂະແມຢູ່ນະຄອນໂຮ່ຈີມິນໃນປີນີ້ຍັງຄົງໄດ້ຮັບການຈັດຕັ້ງຂຶ້ນດ້ວຍຄວາມໝາຍ ຫຼາຍຢ່າງ ແລະມີຄວາມເຊື່ອໝັ້ນຕໍ່ຄວາມໂຊກດີ, ສິ່ງທີ່ດີງາມ.
ຊາວ​ ​ເຜົ່​າຂະ​ແມ​ຢູ່ນະ​ຄອນ​ໂຮ່​ຈີ​ມິນຕ້​ອນ​ຮັບ​ບຸນ​ປີ​ໃໝ່​ໃນ​ຊ່ວງເວ​ລາ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1

ປະກາດຢຸດການຈັດຕັ້ງບຸນປີໃໝ່ Chôl Chnăm Thmây ຂອງວັດ Candarasi

ທຸກໆປີ, ເມື່ອບຸນປີໃໝ່ Chôl Chnăm Thmây ວຽນມາ, ຄອບຄົວຂອງເອື້ອຍເຢືອງທິຣຸມ, ອາໄສຢູ່ເມືອງ 5 ມີຄວາມເບີກບານມ່ວນຊື່ນໃນການຕ້ອນຮັບປີໃໝ່ດ້ວຍຄວາມຫວັງໃໝ່ຫຼາຍຢ່າງ. ຄອບຄົວຂອງເອື້ອຍແລະປະຊາຄົມຊາວເຜົ່າຂະແມ ໄດ້ພ້ອມກັນໄປອວຍໄຊໃຫ້ພອນປີໃໝ່,ພາວະນາປີໃໝ່ ຂໍໃຫ້ຊີວິດການເປັນຢູ່ມີຄວາມອີ່ມໜຳສຳລານ ແລະ ມີຄວາມສຸກ.ເຖິງຢ່າງໃດກໍ່ຕາມ, ໃນປີນີ້, ຍ້ອນຄຳຮຽກຮ້ອງປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ດັ່ງນັ້ນວັນບຸນຂອງບັນດາຄອບຄົວຊາວຂະແມ ຈຶ່ງໄດ້ຮັບການຈັດຕັ້ງຢູ່ເຮືອນບໍ່ໄດ້ໄປວັດ, ເຊິ່ງໄດ້ດຳເນີນໃນບັນຍາກາດທີ່ສະຫງົບງຽບກ່ວາແຕ່ຍັງຄົງເຕັມໄປດ້ວຍຄວາມອົບອຸ່ນ:

ປີນີ້, ອບຄົໃດກໍ່ເຮັດຢູ່ຄອບຄົວນັ້ນ, ບໍ່ມີຜູ້ໃດໄປເຮືອນຂອງຜູ້ອື່ນ, ມ່ວຊື່ນຢູູູ່່່ໃນຄອຄົວຂອງຕົນ, ບໍ່ໄດ້ພົບປະກັບໝູ່ເພື່ອນຄືທຸກໆປີທີ່ຜ່ານມາ. ການບູຊາປູ່ຍ່າຕາຍາຍ, ບັນພະບຸລຸດ, ພະພຸດທະເຈົ້າແມ່ນເຮັດຢູ່ພາຍໃນຄອບຄົວຂອງຕົນເອງ, ເຮົາຮັກສາໃຫ້ເຮົາກໍ່ໝາຍຄວາມວ່າແມ່ນຮັກສາໃຫ້ຜູ້ອື່ນ

ນະຄອນໂຮ່ຈີມິນມີຊາວເຜົ່າຂະແມກ່ວາ 50.400 ຄົນ, ດຳລົງຊີວິດຕົ້ນຕໍແມ່ນຢູ່ບັນດາເມືອງຄື 1, 3, 5, 10, 11 ແລະເມືອງເຕິນບິ່ງ. ບຸນປີໃໝ່ Chôl Chnăm Thmây ຂອງຊາວເຜົ່າຂະແມໃນປີນີ້ແມ່ນເລີ່ມແຕ່ວັນທີ 14 ເມສາຫາວັນທີ 16 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ