ຊາວກະສີກອນ ແຂວງເທື່ອທຽນເຫວ ເຮັດທ່ອງທ່ຽວຢູ່ ຕາມເຂດຊຸມຊົນ

ຊາວກະສີກອນ ແຂວງເທື່ອທຽນເຫວ ເຮັດທ່ອງທ່ຽວຢູ່ ຕາມເຂດຊຸມຊົນ - ảnh 1
ເຮືອນສວນທີ່ນະຄອນເຫວ (ພາບ : baothuathienhue)

Vovworld- ຕາແສງ ຖີບຽວ ນະຄອນເຫວ, ແຂວງເທື່ອທຽນເຫວ ມີຊື່ສຽງດ້ວຍບັນດາເຮືອນສວນ, ພິເສດແມ່ນບັນດາສວນໝາກໄມ້ພ້ອມກັບ ລະບົບ​ເຮືອນ​ເກົ່າ ​ແລະ ປູຊະນີຍະສະຖານ​ປະຫວັດສາດ​ຫຼາຍ​ແຫ່ງ. ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ດັ່ງກ່າວ, ສະມາຄົມ​ຊາວ​ກະ​ສີກ​ອນ ຕາແສງ ຖີບຽວ ໄດ້ສ້າງຮູບແບບ ທ່ອງທ່ຽວເຂດຊຸມຊົນ, ສ້າງລາຍຮັບໃຫ້ແກ່ປະຊາຊົນ. ນັບແຕ່ຕົ້ນປີ 2013, ສະມາຄົມ​ຊາວ​ກະ​ສີກ​ອນ ຕາແສງ ຖີບຽວ ໄດ້ເປີດສາຍທ່ອງທ່ຽວເພື່ອຄົ້ນຫາ ຕາແສງ ຖີບຽວ. ທ່ານ ທ້າຍຫງວຽນບິວ ຜູ້ອຳນວຍການ ບໍລິສັດທ່ອງທ່ຽວເຂດຊຸມຊົນ ຫວຽດທີ່ນະຄອນໂຮ່ຈິມິນຕີລາຄາ ວ່າ:

    “ ຄວາມສາມາດບົມ່ຊ້ອນດ້ານການທ່ອງທ່ຽວຢູ່ນີ້ແມ່ນໃຫຍ່ຫຼວງຢູ່, ທີ່ໜຶ່ງແມ່ນຢູ່ມໍ່ກັບນະຄອນ ເຫວ, ທີ່ສອງແມ່ນບັນດາມໍລະດົກວັດທະນະທຳຢູ່ ແຫ່ງນີ້ ຍັງໄດ້ຮັບການຮັກສາໄວ້ເໝືອນເດີມ. ປະຊາຊົນຢູ່ແຫ່ງນີ້ມີຄວາມສະໜິດ ສະໜົມ, ຮັກແພງແຂກ. ແຂກທ່ອງທ່ຽວອາດຈະຂີ່ເຮືອລອງຕາມ ແມ່ນ້ຳເຮືອງ ມາຢ້ຽມຢາມ ຕາແສງ ຖີບຽວ ຫຼືໄປທ່ອງທ່ຽວທາງບົກຈາກນະຄອນມານີ້ ”

    ສ່ວນທ່ານນາງ ຕົນນື້ກີງເຕືອງ ປະທານ ສະມາຄົມ​ຊາວ​ກະ​ສີກ​ອນ ຕາແສງ ຖີບຽວ ໃຫ້ຮູ້ວ່າ :

    “ສະມາຄົມ​ຊາວ​ກະ​ສີກ​ອນ ຕາແສງ ຖີບຽວ ເຫັນໄດ້ເຖິງຄວາມສຳຄັນ ແມ່ນພັດທະນາຄວາມສາມາດ ບົ່ມຊ້ອນຢູ່ທ້ອງຖິ່ນຕົນດ້ວຍຈຸດປະສົງ ແນະນຳດ້ານວັດທະນະທຳຂອງໝູ່ບ້ານ ແລະ ສ້າງເງື່ອນໄຂໃຫ່ແກ່ ຊາວ ກະສີກອນເຮັດທ່ອງ​ທ່ຽວ ​ແລະ ມີ​ລາຍ​ຮັບ ”

ຂ່າວ/ບົດ​ອື່ນ