ຊາວກະສິກອນຫວຽດນາມ ຫວຽດນາມ ຕອບສະໜອງວັນສາກົນປ້ອງກັນ, ຕ້ານຢາເສບຕິດ

ຊາວກະສິກອນຫວຽດນາມ ຫວຽດນາມ ຕອບສະໜອງວັນສາກົນປ້ອງກັນ, ຕ້ານຢາເສບຕິດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/06, ຢູ່​ແຂ​ວງ ກາວ​ບັ່ງ, ສູນ​ກາງ​ສະມາຄົມຊາວ​ກະສິກອນຫວຽດນາມ ສົມທົບ​ກັບ​ສະມາຄົມ​ຊາວ​ກະສິກອນ​ແຂວງ​ກາວ​ບັ່ງ ຈັດ​ຕັ້ງ​ພິທີ​​ໂຮມ​ຊຸມນຸມ​ມິດ​ຕິງ​ຊາວ​ກະສິກອນ​ຫວຽດນາມ ຕອບ​ສະໜອງວັນ​ສາກົນ ​ແລະ ທົ່ວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ 26/06. ວັນ​ສາກົນ ​ແລະ ທົ່ວ​ປວງ​ຊົນ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ 26/06 ປີ​ນີ້ ມີ​ຫົວ​ຂໍ້​ວ່າ “​ເພື່ອ​​ສຸຂະພາບຂ​ອງປະຊາຊົນບໍ່​ຕ້ອງປາສະຈາກ​ຢາ​ເສບ​ຕິດ”, ​​ເພື່ອ​ແນ​ໃສ່​ຍົກ​ສູ​ງ​ສະຕິຮັບ​ຮູ້, ສ້າງ​ຂະ​ບວນການ​ເຄື່ອນ​ໄຫວ ​ແລະ ​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ສັງ​ລວມຂອງ​ພະນັກງານ, ສະມາຊິກ​ສະມາຄົມຊາວ​ກະສິກອນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ຍີ​ເລື້ອງ, ຮອງ​ປະທານ​ຄະນະ​ບໍ​ລິຫານ​ງານ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ເນັ້ນ​ໜັກ​ວ່າ​, ວຽກ​ງານ​ປ້ອງ​ກັນ, ຕ້ານຢາ​ເສບ​ຕິດ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ສັງຄົມ, ​ແມ່ນ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຕິດ​ພັນ​ກັບ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ